ວຽກງານອະໄພຍະໂທດປະຈໍາປີ2023.

ການເຄື່ອນໄຫວ, ອົງການໄອຍະການແຂວງ

ໂດຍອີງຕາມ ລັດຖະດໍາລັດ ຂອງປະທານປະເທດ ສະບັບ ເລກທີ 219/ປປທ,ລົງວັນທີ 21 ພະຈິກ 2023 ແລະ ອີງຕາມ ແຈ້ງການ ຂອງປະທ່ານຄະນະກໍາມາທິການອະໄພຍະໂທດລະດັບຊາດ ສະບັບເລກທີ 122/ຄອຊ, ລົງວັນທີ 30 ພະຈິກ 2023. ເຊົ້າວັນທີ21 ທັນວາ 2023 ອົງການໄອຍະການປະຊາຊົນ ແຂວງຫົວພັນ ໄດ້ປະສານສົມທົບກັບ ຄ້າຍຄຸມຂັງ – ດັດສ້າງ ປກສ ແຂວງ ໄດ້ເປີດກອງປະຊຸມອະໄພຍະໂທດ,ຫຼຸດຜ່ອນໂທດແກ່ນັກໂທດປະຈໍາປີ 2023 ເນື່ອໃນໂອກາດ ວັນຊາດທີ 2 ທັນວາ, ກອງປະຊຸມໃຫ້ກຽດເປັນປະທານໂດຍ ທ່ານ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໂດຍມີທ່ານ ພິລະວົງ ເພັງຜະວັນ ຮອງຫົວໜ້າອົງການໄອຍະການປະຊາຊົນ ແຂວງຫົວພັນ ພ້ອມດ້ວຍພະນັກງານຂະແໜງຄຸມຂັງ-ດັດສ້າງອົງການໄອຍະການປະຊາຊົນ ແລະ ພະນັກງານຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ເຂົ້າຮ່ວມທັງໝົດມີ 11 ຄົນ.

ໃນປີ 2023 ຄະນະກໍາມະທິການອະໄພຍະໂທດລະດັບແຂວງ ໄດ້ອະໄພຍະໂທດແກ່ນັກໂທດຜູ້ທີ່ມີມາດຖານເງືອນໄຂ,ອະໄພຍະໂທດ ຫຼຸດຜ່ອນໂທດ ເນື່ອງໃນໂອກາດວັນຊາດທີ2 ທັນວາ 2023 ຄົບຮອບ 48 ປີ ຂອງແຂວງຫົວພັນຄື:

  1. ທ້າວ ລຸນ ອາຍຸ 25 ປີ ປະຊາຊົນ ບ້ານ ນາແຮງ ເມືອງວຽງໄຊ ແຂວງຫົວພັນ ຖືກັກຂັງວັນທີ 31/12/2020 ຂໍ້ຫາ ມີຢາເສບຕິດໄວ້ໃນຄອບຄອງ ສານຕັດສິນລົງໂທດ 5 ປີ ຜ່ອນໂທດ 9 ເດືອນ.
  2. ທ້າວ ເບຍເນັ່ງ ອາຍຸ 39 ປີ ປະຊາຊົນ ບ້ານນາວິ້ນ ເມື່ອງກັວນ ແຂວງຫົວພັນ ກັກຂັງວັນທີ 29/05/2021 ຂໍ້ຫາ ມີຢາເສບຕິດໄວ້ໃນຄອງຄອງ ສານຕັດລົງໂທດຄຸກ 5 ປີ ຜ່ອນໂທດ 9 ເດືອນ.
  3. ທ້າວ ລໍາພອນ ອາຍຸ 32 ປີ ປະຊາຊົນ ບ້ານ ສະເຫຼີ້ຍ ເມືອງ ຊໍາເໜືອ ແຂວງຫົວພັນ ກັກຕົວວັນທີ 01/11/2021 ຂໍ້ຫາ ມິ່ນປະມາດຊາກສົບ ຫຼື ຊື່ສຽງຂອງຜູ້ຕາມ ແລະ ລັກຊັບ ສານຕັດສິນລົງໂທດ 3ປີ 6 ເດືອນ ຜ່ອນໂທດ 12 ເດືອນ.
  4. ທ້າວ ນຸ່ຍ ອາຍຸ 25ປີ ປະຊາຊົນ ບ້ານສະເຫຼີ້ຍ ເມືອງ ຊໍາເໜືອ ແຂວງຫົວພັນ ກັກຕົວວັນທີ 01/11/2021 ຂໍ້ຫາ ທໍາຮ້າຍຮ່າງກາຍ ແລະ ລັກຊັບ ສານຕັດສິນ 3ປີ 6ເດືອນ ຜ່ອນໂທດ 12 ເດືອນ.

ໂດຍ: ພອນສະຫວັດ ເພັດລາວອນ