ເພື່ອປະຕິບັດຕາມແຜນການຊຸກຍູ້ຕິດຕາມກວດກາ ສີ່ງແວດລ້ອມ ແລະ ສັງຄົມ ໃນລະຫວ່າງ ວັນທີ່ 31 ພຶດສະພາ ຫາ ວັນທີ 1ມີຖຸນາ 2023 ທາງທີມງານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ສົມທົບກັບບໍລິສັດ,ຫ້ອງການກ່ຽວຂ້ອງຂອງເມືອງຊໍາໃຕ້, ອຳນາດການປົກຄອງບ້ານ ລົງພາກສະໜາມກວດກາເບິ່ງບັນຫາດ້ານຜົນກະທົບຕໍ່ສີ່ງແວດລ້ອມສັງຄົມ ແລະ ທຳມະຊາດ, ກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດຂອງໂຄງການ ແລະ ຊຸກຍູ້ໃຫ້ຜູ້ປະກອບການປະຕິບັດພັນທະ ຕາມແຜນຄຸ້ມຄອງສິ່ງແວດລ້ອມ; ທີມງານລົງເຄື່ອນໄຫວວຽກໃນຄັ້ງນີ້ນຳທີມໂດຍທ່ານ ນາງ ພວງແສງ ໄຊຍະສິດ ຮອງຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຈັດຕັ້ງເຄື່ອນໄຫວ ເຄື່ອນໄຫວຢູ່2ໂຄງການຄື:ໂຄງການຂຸດຄົ້ນຫີນມາໂບ້, ຢູ່ບ້ານຄໍ້, ເມືອງຊໍາໃຕ້, ຂອງບໍລິສັດ ດີແອວວີ ມາຍນີ້ງ ຈຳກັດ ແລະ ໂຄງການ ຂຸດຄົ້ນຫີນມາໂບ້, ຢູ່ເຂດບ້ານນໍ້າອີ້ນ, ເມືອງຊໍາໃຕ້, ຂອງບໍລິສັດ ລາວໄອເອັດຈຊີ ມາຍນີງຈຳກັດ.