ພິທີປະກາດການຈັດຕັ້ງ ຂອງອົງການໄອຍະການປະຊາຊົນ ແຂວງຫົວພັນ

ການເຄື່ອນໄຫວ, ອົງການໄອຍະການແຂວງ

  ໃນຕອນເຊົ້າວັນທີ 19 ທັນວາ 2023 ອົງການໄອຍະການປະຊາຊົນ ແຂວງຫົວພັນ ໄດ້ປະກາດການຈັດຕັ້ງ ແລະ ຊັບຊ້ອນພະນັກງານພາຍໃນອົງການໄອຍະການ ແຂວງຫົວພັນ ຢູ່ທີ່ຫ້ອງປະຊຸມຊັ້ນIIIຂອງສານປະຊາຊົນແຂວງຫົວພັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນດາທ່ານ ທີ່ມາຈາກອົງການໄອຍະການປະຊາຊົນຂັ້ງສູນກາງ,ຂັ້ນທ້ອງຖິ່ນ ແລະ ພະແນກການທີ່ກ່ຽວຂ້ອງ ທັງໝົດ 69 ຄົນ, ຍິງ 21 ຄົນເຂົ້າຮ່ວມ.

       ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນປັບປຸງກົງຈັກການຈັດຕັ້ງ ໂດຍການ ບັນຈຸ,ຊັບຊ້ອນ ແລະ ຍົກຍ້າຍ ພະນັກງານອົງການໄອຍະຍະການປະຊາຊົນ ແຂວງຫົວພັນເຊິ່ງລາຍລະອຽດມີດັ່ງນີ້: ອີງຕາມຂໍ້ຕົກລົງ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບ ເລກທີ 1009/ອອປສ ລົງວັນທີ 12 ທັນວາ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ຮອງຫົວໜ້າສະຖາວັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການຄື: ເຫັນດີຍົກຍ້າຍ ທ່ານ ກິ່ງເພັດ ບົວລະພັນ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຫົວພັນ ໄປປະຈໍາຢູ່ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ແລະ ອີງຕາມ ຂໍຕົກລົງ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 1001/ອອປສ ລົງວັນທີ 08 ທັນວາ 2023 ວ່າດ້ວຍ ການຮັບເອົາ ແລະ ແຕ່ງຕັ້ງ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຫົວພັນຄື: ທ່ານ ດາວເພັດ ພົມສຸວັນ ກໍາມະການພັກແຂວງ, ເລຂາພັກເມືອງ,ເຈົ້າເມືອງ -ເມືອງກັວນ ເປັນຫົວໜ້າອົງການໄອຍະການປະຊາຊົນ ແຂວງຫົວພັນ.

ຂຽນຂ່າວໂດຍ ພອນສະຫວັດ ເພັດລາວອນ.