ໃນວັນທີ 4 ກັນຍາ 2023ນີ້້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະທີ1 (I-GFLL1) ແລະ ເປີດໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ໄລຍະທີ2 (I-GFLL2) ຂັ້ນແຂວງ ຂຶ້ນທີ່ຫ້ອງປະຊຸມຄະນະຈັດຕັ້ງແຂວງ ໂດຍການເປັນປະທານຂອງທ່ານ ບຸນພອນ ບຸດພະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີທ່ານ ປອ ເຢນ ກາລາບິນສະກີ ຫົວໜ້າໂຄງການ GIZ-CLIPAD/I-GFLL, ທ່ານ ນາງ ເສົາດາວັນ ໄຊຍະເສນສຸກ ຮອງຜູ້ປະສານງານຂັ້ນສູນກາງ, ທ່ານ ສຸດວິໃສ ໄຊສົງຄາມ ຜູ້ປະສານງານຂັ້ນແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ມີທ່ານເຈົ້າເມືອງ,ຮອງເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງຂັ້ນເມືອງທັງ 7 ເມືອງເປົ້າໝາຍໂຄງການເຂົ້າຮ່ວມ ທັງໝົດ 71 ທ່ານ
ໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ໄລຍະ1 ໄດ້ຈັດຕັ້ງປະຕິບັດຢູ່ 3 ແຂວງຄື: ໄຊຍະບູລີ, ຫຼວງພະບາງ ແລະ ຫົວພັນ ມີເມືອງເປົ້າໝາຍທັງໝົດ 15 ເມືອງ 240 ບ້ານ ແຂວງຫົວພັນ ໄດ້ຈັດຕັ້ງປະຕິບັດຢູ່ 7 ເມືອງຄື: ຊຳເໜືອ, ວຽງໄຊ, ຫົວເມືອງ, ສົບເບົາ, ຊຳໃຕ້, ຮ້ຽມ ແລະ ເມືອງຊ່ອນ ລວມທັງໝົດ 136 ບ້ານ, ເຊິງໄດ້ຮັບທຶນສະໜັບສະໜູນຈາກກອງທຶນດິນຟ້າອາກາດ, ກະຊວງການຮ່ວມມື ແລະ ພັດທະນາເຢຍລະມັນ ລວມທັງໝົດ 23 ກ່ວາລ້ານເອີໂຣ, ຈັດຕັ້ງປະຕິບັດແຕ່ປີ 2020-2023, ມາຮອດປະຈຸບັນກົມປ່າໄມ້ ຮ່ວມກັບອົງການ GIZ ໄດ້ສະເໜີບົດໂຄງການການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ໄລຍະ2 ຈາກກອງທຶນດິນຟ້າອາກາດສີຂຽວ ແລະ ລັດຖະບານເຢຍລະມັນ ປະມານ 32 ລ້ານເອີໂຣ ໃນນັນ 18 ລ້ານເອີໂຣ ແມ່ນຄຸ້ມຄອງໂດຍກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ອີກ 14 ລ້ານເອີໂຣ ແມ່ນຄຸ້ມຄອງໂດຍອົງການ GIZ ເພືອຈັດຕັ້ງປະຕິບັດເພີ້ມອີກ 3 ແຂວງຄື: ອຸດົມໄຊ, ຫຼວງນ້ຳທາ ແລະ ບໍ່ແກ້ວ ເລີ່ມຈັດຕັ້ງປະຕິບັດ ປີ 2023-2027. ໂຄງການດັ່ງກ່າວແມ່ນມີຈຸດປະສົງປົກປັກຮັກສາປ່າໄມ້ ເພື່ອຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວຈາກການທຳລາຍປ່າໄມ້ຂອງ ສປປ ລາວ, ໂດຍສຸມໃສ່ວຽກງານຄຸ້ມຄອງປົກປັກຮັກສາປ່າໄມ້ໃຫ້ຢືນຍົງ. ໃນການຈັດຕັ້ງປະຕິບັດໂຄງການແມ່ນມີ 4 ອົງປະກອບຫຼັກຄື: ສ້າງສະພາບແວດລ້ອມທີ່ເອຶ້ອອຳນວຍແກ່ການຈັດຕັ້ງປະຕິບັດວຽກງານ REDD+, ລະບົບການຜະລິດທີ່ປາສະຈາກການຕັດໄມ້ທຳລາຍປ່າໄມ້, ສ້າງແຜນຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ແບບຢືນຍົງ, ການຄຸ້ມຄອງແລະບໍລິຫານການເງິນ.
ໃນກອງປະຊຸມ ທ່ານ ສຸດວິໃສ ໄຊສົງຄາມ ປະສານງານໂຄງການຂັ້ນແຂວງ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໂຄງການເຊິງວ່າໃນໄລຍະຜ່ານມາການຈັດຕັ້ງປະຕິບັດໂຄງການໄລຍະທີ 1 ແມ່ນໄດ້ສຳເລັດຫຼາຍໆດ້ານເປັນຕົ້ນແມ່ນການວາງແຜນນຳໃຊ້ທີດິນໃຫ້ບັນດາບ້ານເປົ້າໝາຍພ້ອມທັງສ້າງແຜນສັນຍາຄຸ້ມຄອງປ່າໄມ້ບ້ານ ແລະ ປັກຫຼັກໝາຍຂອບເຂດປ່າໄມ້ຂັ້ນບ້ານເພື່ອຄຸ້ມຄອງປ່າໄມ້ບ້ານໃຫ້ມີໃຊ້ຍາວນານ ແລະ ຍັງໄດ້ມີການລົງຕິດຕາມການທຳລາຍປ່າໄມ້ບ້ານ, ການບຸກລຸກປ່າສະຫງວນ ພ້ອມທັງເປີດບັນຊີ ແລະ ສະໜອງທຶນກະສິກຳ ແລະ ປ່າໄມ້ບ້ານ ເພື່ອນຳໃຊ້ທຶນດັ່ງກ່າວໃຫ້ເກີດດອກອອກຜົນ ແລະ ປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນອີກດ້ວຍ. ຈາກນັ້ນໃນທີ່ປະຊຸມຍັງໄດ້ແລກປ່ຽນບົດຮຽນເຊິງກັນ ແລະ ກັນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບຜົນປະໂຫຍດສູງສຸດພ້ອມດຽວກັນນັ້ນຍັງໄດ້ສະເໜີກອບລວມ ແລະ ອະທິບາຍເງື່ອນໄຂໂຄງການເພື່ອເປັນການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດໂຄງການ ໄລຍະ2 ໃຫ້ທ່ວງທັນຕາມເວລາ ແລະ ຖືກຕ້ອງຕາມເງື່ອນໄຂທີ່ໄດ້ກຳນົດໄວ້.
ພາບ-ຂາວ: ນັກຂ່າວພະແນກກະສິກຳ ແລະ ປ່າໄມ້


