ໜ່ວຍແມ່ຍິງຫ້ອງວ່າການແຂວງ ສຳເລັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິວັດວຽກງານກອງທືນຂອງໜ່ວຍເເມ່ຍິງຫ້ອງວ່າການເເຂວງປະຈໍາປີ 2022 ແລະ ວາງທິດທາງເເຜນການປະຈຳປີ 2023
ໃນຕອນແລງຂອງວັນທີ່ 6 ມັງກອນ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ3 ຫ້ອງວ່າການແຂວງ ( ຫໍແກ້ວ ) ໜ່ວຍແມ່ຍິງຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິວັດວຽກງານກອງທືນຂອງໜ່ວຍເເມ່ຍິງຫ້ອງວ່າການເເຂວງປະຈໍາປີ 2022 ແລະ ວາງທິດທາງເເຜນການປະຈໍາປີ 2023 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ນວນທອງ ຄຳເຮືອງ ປະທານກວດກາພັກຄະນະພັກຮາກຖານຫ້ອງວ່າການແຂວງ ແລະ ທ່ານ ນາງ ພຸດສະດາ ພີມສຸວັດ ປະທານໜ່ວຍແມ່ຍິງຫ້ອງວ່າການແຂວງ ຍັງມີສະມາຊິກກອງທືນຂອງໜ່ວຍເເມ່ຍິງຫ້ອງວ່າການເເຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະຂອງກອງປະຊຸມຍັງໄດ້ຮັບພັງການຜ່ານຮ່າງບົດສະຫຼູບການຈັດຕັ້ງປະຕິວັດວຽກງານກອງທືນຂອງໜ່ວຍເເມ່ຍິງຫ້ອງວ່າການເເຂວງປະຈໍາປີ 2022 ແລະ ວາງທິດທາງເເຜນການປະຈຳ ປີ 2023 ຈາກນັ້ນສະມາຊິກກອງທືນກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດສະຫຼຸບເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນສົມບູນສາມາດນຳໄປຈັດຕັ້ງປະຕິບັດໄດ້. ກຸ່ມທ້ອນເງິນຂອງໜ່ວຍແມ່ຍິງຫ້ອງວ່າກນແຂວງ ໄດ້ສ້າງຕັ້ງຂື້ນໃນວັນທີ 25 ກັນຍາ 2009 ໃນເບຶ້ງຕົ້ນມີສະມາຊິກພຽງແຕ່ 14 ທ່ານ ແລະ ໄດ້ຂະຫຍາຍສະມາຊິກເຂົ້າມາເຫຼືອຍໆຈົນມາເຖິ່ງປັດຈຸບັນກອງທຶນມີສະມາຊິກທັງໝົດ 72 ທ່ານ, ຍິງ 36 ທ່ານ ມີເງິນທ້ອນທັງໝົດ 965.156.000 ກີບ ( ເກົ້າຮ້ອຍຫົກສີບຫ້າລ້ານໜືງແສນຫ້າສີບຫົກພັນກີບ ) ໃນປີ 2022 ຜ່ານມາສາມາດປ່ອຍກູ້ໄດ້ 855.500.000 ກີບ ເພື່ອໃຫ້ສະມາຊິກນຳໄປທຳການຜະລິດປະກອບອາຊີບເສີມດ້ານຕ່າງໆເພື່ອສ້າງລາຍຮັບເຂົ້້າສູ່ຕົນເອງ ແລະ ຄອບຄົວແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂື້ນເລື່ອຍໆ. ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບພັງການໂອລົມຈາກທ່ານ ນາງ ນວນທອງ ຄຳເຮືອງ ປະທານກວດກາພັກຄະນະພັກຮາກຖານຫ້ອງວ່າການແຂວງເພີ່ນໄດເນັນໜັກໃຫ້ສະມາຊິກພາຍໃນກອງທຶນມີແນວຄິດອຸ່ນອຽງທຸ່ນທ່ຽງມີຄວາມເຊື່ອໜັ້ນຕໍ່ການຊີ້ນຳ-ນຳພາຂອງພັກ-ລັດ ລວມເວົ້າສະເພາະແມ່ນຕໍ່ກັບການນຳພາຊີ້ນຳຂອງຄະນະກອງທຶນ, ຄະນະໜ່ວຍແມ່ຍິງຫ້ອງວ່າການແຂວງ ເຊິ່ງສະແດງອອກຄື: ສະມາຊິກ ທຸກສະຫາຍໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດລະບຽບຂອງກຸ່ມທ້ອນເງິນວາງອອກຢ່າງເຂັ້ມງວດ, ເຮັດໃຫ້ການ ບໍລິຫານຂອງກຸ່ມເງິນທ້ອນມີຄວາມຄ່ອງຕົວ ແລະ ສາມາດເຮັດໃຫ້ສະມາຊິກພາຍໃນກຸ່ມສາມາດເຂົ້າເຖີງແຫຼ່ງທຶນງ່າຍຂື້ນ ແລະ ເພື່ອແກ້ໄຂຊີວິດການເປັນຢູ່ພາຍໃນຄວບຄົວດີຂື້ນເລື່ອຍໆ



