ໃນຕອນເຊົ້າວັນທີ 21 ເມສາ 2023, ໜ່ວຍພັກບໍລິຫານ, ໜ່ວຍພັກວິຊາການ ແລະ ໜ່ວຍພັກສະຖິຕິ ທີ່ຂື້ນກັັບຮາກຖານພັກ ພະແນກແຜນການ ແລະການົລທຶນ ແຂວງຫົວພັນ ໄດ້ຈັດພິທີເລື່ອນສະມາຊີກພັກສຳຮອງຂື້ນເປັນສະມາຊີກພັກສົມບູນ ຂື້ນທີ່ຫ້ອງປະຊຸມພະແນກ, ໂດຍການເປັນປະທານຂອງສະຫາຍ ຄອນທອງ ມະນີວອນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ພ້ອມນີ້ຍັງມີບັນດາສະຫາຍ ຄະນະພັກຮາກຖານ, ເລຂາ,ຮອງເລຂາ, ຄະນະໜ່ວຍພັກ ແລະ ຕະຫຼອດຮອດສະມາຊີກພັກສົມບູນ, ສຳຮອງຂອງໜ່ວຍພັກບໍລິຫານ, ໜ່ວຍພັກວິຊາການ, ໜ່ວຍພັກສະຖິຕິເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 12 ສະຫາຍ, ເຊິ່ງລາຍຊື່ບັນດາສະຫາຍທີ່ໄດ້ເຂົ້າເປັນສະມາຊິກພັກສົມບູນຄັ້ງນີ້ມີດັ່ງນີ້:(1) ສະຫາຍ ນາງ ໄຟນິດ ວຽງວິໄລ ໜ່ວຍພັກບໍລິຫານ, (2) ສະຫາຍ ນາງ ທິດາພອນ ສີສຸວັນ ໜ່ວຍພັກວິຊາການ, (3) ສະຫາຍ ນາງ ວອນເພັດ ພົມວົງໄຊ ໜ່ວຍພັກສະຖິຕິ, ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ຄອນທອງ ມະນີວອນ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ສະມາຊີກພັກສົມບູນ ໃໝ່ດ້ວຍ ໃນນີ້ສະຫາຍຍັງໄດ້ເນັ້ນໜັກໃສ່ບາງເນື້ອໃນ ພື້ນຖານກ່ຽວກັບ ພັກປະຊາຊົນປະຕິວັດລາວ ຕາມ 5 ຫຼັກການອີກດ້ວຍ.