ໜ່ວຍ​ກຳ​ມະ​ບານຫ້ອງວ​່າ​ການ​ປົກ​ຄອງ​ແຂວງ​ຫົວ​ພັນ ເປີດກອງ​ປະ​ຊຸມໃຫ​ຍ່​ຄັ້ງ​ທີ II

ການເຄື່ອນໄຫວ

ໃນທ່າມກາງບັນຍາກາດທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນບັນດາເຜົ່າ ແຂວງຫົວພັນ ພວມອອກແຮງແຂ່ງຂັນສ້າງຜົນງານຮັບຕ້ອນ ກອງຊຸມໃຫຍ່ຂອງອົງຄະນະພັກແຂວງຫົວພັນ ຄັ້ງທີ 9, ສະໄໝທີ VIII, ໃນວັທີ 13 ມັງກອນ 2015 ຢູ່ຫ້ອງປະຊຸມ ຊັ້ນ 5 ຂອງຫ້ອງວ່າການປົຄອງແຂວງຫົວພັນໜ່ວຍກຳມະບານຂອງຫ້ອງວ່າການປົກຄອງແຂວງ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂື້ນຢ່າງເປັນທາງການໂດຍການເປັນປະທານຂອງສະຫາຍ ຈັນສອນ ບຸກມີສຸກ ຮອງປະທານກຳມະບານແຂວງຫົວພັນ ແລະ ສະຫາຍ ຄອນປະພັນ ເລືອງສີຈັນທອງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງຫົວພັນ ຊື່ງມີຜູ້ເຂົ້າຮ່ວມທັງໝົດ 32 ສະຫາຍ, ຍີງ 12 ສະຫາຍ, ກອງປະຊຸມດັ່ງກ່າວ ໄດ້ພ້ອມກັນຮັບຟັງການຜ່າຮ່າງບົດສະຫຼຸບການເມືອງ ວຽກງາກຳມະບານ ຂອງໜ່ວຍກຳມະບານຫ້ອງວ່າການ ແລະ ວາງທິດທາງແຜນການສູ້ຊົນໃນຕໍ່ໜ້າເຊີ່ງປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນສ່າງຮ່າງບົດສະຫຼຸບການເມືອງດັ່ງກ່າຢ່າງເປັນຂະບວນຟົດຟື້ນຈານັ້ນກອງປະຊຸມກໍ່ໄດ້ຈັດຕັ້ງການປ່ອນບັດເພື່ອຄັດເລືອກເອົາ ປະທານຮອງປະທານ ຂອງໜ່ວຍກຳມະບານຫ້ອງວ່າການປົກຄອງແຂວງຊຸດໃໝ່ມີຜູ້ລົງສະໝັກຈຳນວນ 5 ສະຫາຍ, ຜ່ານການປ່ອນບັດຢ່າງເປັນປະຊາທິປະໄຕ ຜົນການຄັດເລືອກຈີ່ງໄດ້ 3 ສະຫາຍ, ປະທານຮອງປະທານ ລາຍລະອຽດດັ່ງນີ້ສະຫາຍຄຸ້ຍຕິພອນ ທຳມະວົງໄຊ ເປັນປະທານ ໜ່ວຍກຳມະບານຫ້ອງວ່າການແຂວງຫົວພັນສະຫາຍ ນນິດາພອນ ພີມຫຸມເພັດ ເປັນຮອງປະທານ ແລະ ສະຫາຍ ພວງ  ນາມມະສິດ ເປັນຄະນະກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ຕອນ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ ແລະ ໄດ້ຕາມລະດັບຄາດໝາຍ.