loader image

ໂຄງການກໍ່ສ້າງສວນ ແລະ ປູກຕົ້ນຊາກຸລະ ຢູ່ທີ່ເມືອງວຽງໄຊ

ການເຄື່ອນໄຫວ

ຕົ້ນສະກຸລະພວມບານ ປູກທົດລອງທີ່ເມືອງວຽງໄຊແຂວງຫົວພັນ

ໄລຍະຜ່ານມາແຂວງຫົວພັນ ໄດ້ຮ່ວມກັບອົງການທີ່ກ່ຽວຂ້ອງຈາກປະເທດຍີປຸ່ນ ເປັນຕົ້ນແມ່ນ ສະມາຄົມຄົນພິການ (ADDP), ສະມາຄົມໄລອ່ອນ (Lionclub), ສະມາຄົມໄຊຕະມະ ໄດ້ພ້ອມກັນລິເລີ່ມປູກທົດລອງຕົ້ນດອກຊາກຸລະຢູ່ 4ຈຸດຄື: ເຂດໜອງຄ້າງ, ເຂດສະເຫຼີຍ, ເທດສະບານຊໍາເໜືອ ແລະ ເທດສະບານວຽງໄຊ ນັບແຕ່ຕົ້ນປີ2013 ເປັນຕົ້ນມາ ໃນວັນທີ່ 25/2/2014 ໄດ້ຈັດພິທີ່ປູກທົດລອງຕື່ມອີກຢູ່ສວນທີ່ໄດ້ກະກຽມໄວ້ຈໍານວນ 10 ຕົ້ນ ແລະ ໄດ້ຮັບເອົາເບ້ຍດອກຊາກຸລະ ຈາກຍີປຸ່ນ ຈຳນວນທັງໝົດ 200ຕົ້ນ, ຜ່ານການປູກທົດລອງເຫັນວ່າຢູ່ເມືອງວຽງໄຊ ແມ່ນໄດ້ຮັບຜົນດີກ່ວາໝູ່, ສະແດງອອກໃນກາງເດືອນ 3 ປີ 2014 ໄດ້ມີດອກຊາກຸລະ ຈຳນວນໜຶ່ງ ຢູ່ເມືອງວຽງໄຊ ໄດ້ອອກດອກເບັ່ງບານຢ່າງສວຍສົດງົດງາມ ແລະ ເປັນທີ່ເພິ່ງພໍໃຈຂອງປະຊາຊົນຊາວແຂວງຫົວພັນເປັນຢ່າງຍິ່ງ.

ເພື່ອຜັນຂະຫຍາຍແຜນການຮ່ວມມືຂອງສອງລັດຖະບານ ລາວ-ຍີ່ປຸ່ນ, ກໍ່ຄືການຈັດຕັ້ງປະຕິ ບັດແຜນການປູກຕົ້ນດອກຊາກຸລະ; ມາຮອດເດືອນ 10 ປີ2014 ແຂວງຫົວພັນ ໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ອອກແບບສວນດອກຊາກຸລະ ຂື້ນຢູ່ເທດສະບານເມືອງວຽງໄຊ ເຊິ່ງມີເນື້ອທີ່ທັງໝົດ 18,050 ຕາແມັດ, ມູນຄ່າການກໍ່ສ້າງທັງໝົດ 8,122,500,000ກີບ (ແປດຕື້ໜຶ່ງຮ້ອຍຊາວສອງລ້ານຫ້າແສນກີບ), ເພື່ອເປັນສະຖານທີ່ຮອງຮັບການປູກຕົ້ນຊາກຸລະ ຈໍານວນ 200ຕົ້ນ ທີ່ໄດ້ກະກຽມໄວ້ແລ້ວນັ້ນ, ເຊິ່ງການປູກໃນຄັ້ງນີ້ ແມ່ນກິດຈະການໜື່ງທີ່ຈະກາຍເປັນສັນຍາລັກ ແຫ່ງການຮ່ວມມືລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ໃນປະຈຸບັນກໍ່ຄືອານາຄົດ.