ກ່ຽວກັບແຜນງານທີ່ດິນ ລາວ-ເຢຍລະມັນ
ແຜນງານທີ່ດິນ ລາວ-ເຢຍລະມັນ ໃຫ້ການສະໜັບສະໜູນລັດຖະບານລາວ ໃນການປົກປ້ອງສິດຂອງປະຊາຊົນຢູ່ເຂດຊົນນະບົດ ໃນການນຳໃຊ້ ແລະ ເກັບກ່ຽວຜົນປະໂຫຍດຈາກທີ່ດິນຂອງເຂົາເຈົ້າ ແລະ ການຄຸ້ມຄອງການລົງທຶນໃນທີ່ດິນແບບຍືນຍົງ. ເຊິ່ງລວມເຖິງ ການເສີມສ້າງສາຍພົວພັນທີ່ເທົ່າທຽມກັນລະຫວ່າງນັກລົງທຶນ ແລະ ຊາວກະສິກອນ, ການປົກປ້ອງສິດນຳໃຊ້ທີ່ດິນທີ່ພຽງພໍ ແລະ ການດຳເນີນກິດຈະກຳຂອງນັກລົງທຶນ ຕາມນະໂຍບາຍຂອງລັດຖະບານ ຫຼື ຕາມມາດຖານສາກົນ ເປັນຕົ້ນແມ່ນ ບົດແນະນຳຕາມຄວາມສະໝັກໃຈ ກ່ຽວກັບການຄຸ້ມຄອງບໍລິຫານການຄອບຄອງນຳໃຊ້ ຢ່າງມີຄວາມຮັບຜິດຊອບໃນເລື່ອງທີ່ດິນ, ພື້ນທີ່ປະມົງ ແລະ ປ່າໄມ້ (VGGT).
ແຜນງານຍັງໄດ້ປະກອບສ່ວນເຂົ້າໃນການປັບປຸງການບໍລິຫານລັດກ່ຽວກັບທີ່ດິນ ເຊິ່ງລວມເອົາ ການວາງແຜນນຳໃຊ້ທີ່ດິນຢູ່ທຸກຂັ້ນ, ການພັດທະນາຄວາມອາດສາມາດໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ແລະ ເສີມສ້າງຄວາມໝັ້ນຄົງໃນການຄອບຄອງນຳໃຊ້ທີ່ດິນໃຫ້ແກ່ຊຸມຊົນຢູ່ເຂດຊົນນະບົດ.
ໃນນາມທີ່ເປັນສ່ວນໜຶ່ງຂອງ ແຜນງານທີ່ດິນ ລາວ-ເຢຍລະມັນ, ໂຄງການຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ (LMDP), ໂຄງການ ເສີມສ້າງຄວາມໝັ້ນຄົງ ໃນການຄອບຄອງນໍາໃຊ້ທີ່ດິນ (ELTeS) ຮ່ວມກັບ ໂຄງການສົົ່ງເສີມການຄຸ້ມຄອງການລົງທຶນໃນຂົງເຂດທີ່ດິນ ທີ່ມີຄວາມຮັບຜິດຊອບ (RGIL) ໄດ້ຊ່ວຍແກ້ໄຂບັນດາຫົວຂໍ້ເຫຼົ່ານີ້ ນັບແຕ່ປີ 2015 ເປັນຕົ້ນມາ.
ແຜນງານທີ່ດິນ ລາວ-ເຢຍລະມັນ ຈັດຕັ້ງປະຕິບັດໂດຍ ອົງການຈີໄອແຊັດ (Deutsche Gesellschaft für Internationale Zusammenarbeit) ເຊິ່ງເປັນສ່ວນໜຶ່ງຂອງ ການຮ່ວມມືເຢຍລະມັນ. ໂຄງການ RGIL ແລະ ELTeS ຈັດຕັ້ງປະຕິບັດພາຍໃຕ້ແຜນງານສາກົນ ກ່ຽວກັບນະໂຍບາຍທີ່ດິນທີ່ມີຄວາມຮັບຜິດຊອບ ເຊິ່ງເປັນສ່ວນໜຶ່ງໃນນະໂຍບາຍພິເສດຂອງປະເທດເຢຍລະມັນ ຊື່ວ່າ “ໂລກທີ່ປາສະຈາກຄວາມອຶດຫິວ” ໂດຍກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນສາທາລະນະລັດເຢຍລະມັນ (BMZ) ເຊິ່ງໂຄງການ RGIL ໄດ້ຮ່ວມທຶນໂດຍສະຫະພາບເອີຣົບ.
ກິດຈະກຳຂອງແຜນງານທີ່ດິນ ລາວ-ເຢຍລະມັນ
ແຜນງານທີ່ດິນ ລາວ-ເຢຍລະມັນ ໄດ້ສະໜັບສະໜູນຊຸມຊົນຢູ່ເຂດຊົນນະບົດ, ເຊິ່ງລວມເອົາກຸ່ມແມ່ຍິງ ແລະ ບັນດາກຸ່ມຊົນເຜົ່າຕ່າງໆໃນ 5 ແຂວງ ຂອງ ສປປ ລາວ, ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມໃນຂະບວນການວາງແຜນ ແລະ ການຕັດສິນໃຈກ່ຽວກັບທີ່ດິນ ແລະ ຍັງເປັນການເກັບກ່ຽວຜົນປະໂຫຍດ ຈາກການພັດທະນາເສດຖະກິດ ແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ.
ເນື່ອງຈາກວ່າການເສີມສ້າງສິດກ່ຽວກັບທີ່ດິນເປັນປັດໄຈເບື້ອງຕົ້ນອັນສຳຄັນ, ການເຂົ້າເຖິງທີ່ດິນຂອງຊຸມຊົນຢູ່ເຂດຊົນນະບົດ ຈຶ່ງໄດ້ຮັບການປົກປ້ອງໂດຍການເສີມຂະຫຍາຍກິດຈະກຳການຂຶ້ນທະບຽນທີ່ດິນແບບເປັນລະບົບ ແລະ ການອອກໃບຕາດິນ, ໃນນີ້ປະມານ 75% ແມ່ນໄດ້ຂຶ້ນທະບຽນອອກຊື່ເປັນຊັບເດີມຂອງແມ່ຍິງ ຫຼື ເປັນສິນສົມສ້າງ.
ພ້ອມດຽວກັນນີ້ ຍັງມີການສະໜັບສະໜູນ ອົງການຕ່າງໆຂອງລັດຖະບານ ໃນການເສີມຂະຫຍາຍຂີດຄວາມສາມາດ ທາງດ້ານເຕັກນິກວິຊາການ ແລະ ຄວາມມຸ່ງຫມັ້ນ ໃນການຈັດຕັ້ງປະຕິບັດ ວຽກງານຂຶ້ນທະບຽນທີ່ດິນ ໂດຍອີງໃສ່ການວາງແຜນນໍາໃຊ້ທີ່ດິນ ແລະ ໃນການຄຸ້ມຄອງທີ່ດິນ ບົນພື້ນຖານການວິເຄາະຢ່າງລະອຽດຮອບຄອບ.