ໃນຕອນເຊົ້້າຂອງວັນທີ 29 ທັນວາ 2022 ທີຫ້ອງຮັບແຂກຊັ້ນ1 ຫ້ອງວ່າການແຂວງ ທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ ເຈົ້າແຂວງຫົວພັນ ໄດ້ຕ້ອນຮັບຄະນະ ທ່ານ ພັກ ແທຢອງ ຜູ້ອຳນວຍການສູນຝຶກອົບຮົມພາສາເກົາຫຼີ ແຊມານກືມ-ລາວ ໃນນາມຜູ້ປະສານງານ ຮ່ວມກັບທ່ານ Park Man il ໄດ້ນຳເອົາເຄື່ອງຊ່ວຍເຫຼືອເສື້ອກັນໜາວມືສອງ ຈຳນວນ 1,5 ໂຕນ ລວມມູນຄ່າ 7500$ ( ເຈັດພັນຫ້າຮ້ອຍໂດລາ ) ມາມອບໃຫ້ແຂວງຫົວພັນ ເພື່ອມອບຕໍ່ໃຫ້ບັນດາໂຮງຮຽນ, ນ້ອງນັກຮຽນທຸກຍາກ ແລະ ປະຊາຊົນທຸກຍາກເຂດຫາງໄກສອກຫຼີກ.



