ແຂວງ​ຫົວ​ພັນ ໄດ້​ຮັບ​ລາງວັນ​ ດີ​ເດ​ັ່ນ​ດ້ານການ​ທ່ອງ​ທ່ຽວ ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ ແລະ ສີ່​ແວດ​ລ້ອມ

ການເຄື່ອນໄຫວ

ແຂວງຫົວພັນ ມີຄວາມເອກອ້າງ ແລະ ພູມໃຈ ຕໍ່ກັບການໄດ້ຮັບລາງວັນດີເດັ່ນການທ່ອງທ່ຽວທີ່ມີຄວາມຮັບຜິດຊອບຕໍ່ສັງ ຄົມ ແລະ ສີ່ງແວດລ້ອມ ຈຸດທ່ອງທ່ຽວລ້ອງ ນ້ຳເນີນ(ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ) ຂີ່ເຮືອເບີ່ງສັດປ່າໃນຍາມກາງຄືນ ມີນັກທ່ອງທ່ຽວມາຈາກຫຼາຍປະເທດໃນທົ່ວໂລກໄດ້ເຂົ້າມາທ່ອງທ່ຽວ.

ຈຸດທ່ອງທ່ຽວຂີ່ເຮືອເບີ່ງສັດປ່າໃນຍາມກາງຄືນ ເຂດລ້ອງນ້ຳເນີນ ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ເປັນຈຸດໜື່ງ ທີ່ສາມາດດືງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ໄດ້ເຮັດໃຫ້ສະຖານທີ່ດັ່ງກ່າວ ໄດ້ຮັບລາງວັນດີເດັ່ນດ້ານການທ່ອງທ່ຽວ ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສີ່ງແວດລ້ອມ, ພາຍຫຼັງ ທ່ານ ພູວົງ ສີສົມຮັກ ຫົວໜ້າຫ້ອງວ່າການປົກຄອງແຂວງຫົວພັນ ຕ່າງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກໍ່ຄືຕ່າງໜ້າໃຫ້ແຂວງຫົວພັນ ໄດ້ໄປຮັບລາງວັນດັ່ງກ່າວ ຢູ່ທີ່ປະເທດອັງກິດ ໃນຄັ້ງວັນທີ 5 ພະຈິກ 2014 ແລະ ມາຮອດວັນທີ 23 ທັນວາ 2014 ແຂວງຫົວພັນ ຈີ່ງໄດ້ຈັດງານ ເພື່ອເປັນການສະຫຼອງ ແລະ ເອກອ້າງ ກັບການໄດ້ຮັບລາງວັນໃນລະດັບສາກົນ ເຊີ່ງມີມວນຊົນເຂົ້າຮ່ວມພິທີຢ່າງຄັບຄາໜາແໜ້ນ ແລະ ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ການຈັດງານຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກອົງການອະນຸລັກສັດປ່າ ປະຈຳ ສປປ ລາວ.