ແຂວງ​ຫົວ​ພັນ ຈັດ​ງານ​ໂຮມ​ຊຸມ​ນຸມ ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຄົບ​ຮອບ 60 ປີ

ການເຄື່ອນໄຫວ

ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ທີ່ໝູນວຽນມາບັນຈົບຄົບຮອບ 60 ປີ ແລະ ເປັນການລະນຶກເຖິງບຸນຄຸນ, ຄຸນງາມຄວາມດີຂອງບັນດາຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.

ໃນຕອນເຊົ້າເວລາ 8:00 ຂອງວັນທີ 23 ມີນາ 2015 ຢູ່ທີ່ເດີ່ນກິລາຂອງແຂວງຫົວພັນໄດ້ຈັດພິທີໂຮມຊຸມນຸມເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີຂື້ນຢ່າງເປັນຂະບວນການຟົດຟື້ນ, ເປັນກຽດເຂົ້າຮ່ວມໃນງານດັ່ງກ່າວມີ ພະນະທ່ານ ທອງສີງທຳມະວົງນາຍົກລັດຖະມົນຕີ ແຫ່ງສປປລາວ, ພິເສດຍັງມີ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມໃນງານ ແລະ ມີບັນດາທ່ານການນຳແຂວງ, ພະນັກງານບຳນານ-ອາວຸໂສ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ, ນັກຮຽນ-ນັກສຶກສາຕະຫຼອດຮອດປະຊາຊົນບັນດາເຜົ່າ, ຊາວແຂວງຫົວພັນໄດ້ເຂົ້າຮ່ວມຢ່າງພ້ອມພຽງຮຽງໜ້າ, ນະໂອກາດທີ່ຈັດໄດ້ງານທີ່ມີຄວາມໝາຍ, ຄວາມສຳຄັນດັ່ງກ່າວ ທ່ານ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫົວພັນ, ເຈົ້າແຂວງຫົວພັນ ໄດ້ຂື້ນກ່າວສູນທອນພົດ ແລະ ເລົ່າເຖີງປະຫວັດສາດການຕໍ່ສູ້ກູ້ຊາດພາຍໃຕ້ການຊີ້ນຳ-ນຳພາທີ່ສະຫຼາດສ່ອງໃສ-ປິຊາສາມາດ ຂອງພັກປະຊາຊົນປະຕິວັດລາວເຊີ່ງເຮັດໃຫ້ປະເທດ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໄຊຊະນະ ແລະ ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ປະເທດຊາດໄດ້ຮັບພັດທະນາຂື້ນຢ່າງບໍ່ຢຸດຢັ້ງເວົ້າລວມ, ເວົ້າສະເພາະແຂວງຫົວພັນ ໄດ້ມີການພັດທະນາໃນຫຼາຍໆ ດ້ານເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າທົ່ວແຂວງຫົວພັນ ນັບມື້ດີຂື້ນເລື້ອຍໆ.

                                     ພາບມວນຊົນເຂົ້າຮ່ວມໃນງານ