ແຂວງຫົວພັນ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 60 ປີ(ນັບແຕ່ ວັນທີ 14 ເມສາ 1955 – ວັນທີ 14 ເມສາ 2015) ເຊີ່ງພິທີໂຮມຊຸມນຸມ ໄດ້ຈັດຂື້ນໃນຕອນເຊົ້າເວລາ 7:00 ຂອງວັນທີ 9 ເມສາ 2015 ຢູ່ທີ່ເດິ່ນກິລາບານເຕະຂອງແຂວງຫົວພັນ ທັງນີກໍ່ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ແລະ ລະນຶກເຖີງວັນພະບູລຸດຂອງຊາດ ທີ່ເຕີບໃຫຍ່ຂະຫຍາຍຕົວ ຄຽງບ່າຄຽງໄຫຼ່ ກັບຊາວໜຸ່ມປະຊາຊົນປະຕິວັດລາວ, ດັ່ງຄຳເວົ້າຂອງທ່ານປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດທີ່ເວົ້າວ່າ: ຊາວໜຸ່ມປຽບເໝືອດັ່ງແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ປຽບເໝືອດັ່ງນັກອິນຊີ ທີ່ບໍ່ຫວັ່ນກວາຕໍ່ພາຍຸລົມແດງ ແລະ ຄຳເວົ້າທີ່ວ່າ: ບ່ອນໄດ້ຍາກຊາວໜຸ່ມບຸກ, ບ່ອນໄດ້ທຸກຊາວໜຸ່ມຜ່ານຜ່າ, ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ ເຊີ່ງເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ ພ້ອມດ້ວຍບັນດາທ່ານຄະນະປະຈຳພັກແຂວງ, ການນຳແຂວງຫົວພັນ, ບັນດາທ່ານຫົວໜ້າພະແນກການ, ທະຫານ-ຕຳຫຼວດ ແລະ ຕະຫຼອດຮອດສະມາຊິກຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ ອ້ອມຂ້າງເທດສະບານແຂວງຫົວພັນ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ ໃນພິທີດັ່ງກ່າວໄດ້ຮັບຟັງການເລົ່າມູນເຊື້ອ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາຮອດປັດຈຸບັນ ຂອງສະຫາຍ ຄອນປະພັນ ເລືອງສີຈັນທອງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ແລະ ຍັງໄດ້ຮັບຊົມການສະແດງ ຂອງບັນດາໜ່ວຍຊາວໜຸ່ມຂອງໂຮງຮຽນ ມໍຕົ້ນ ແລະ ມໍປາຍ ພາຍໃນແຂວງຫົວພັນ ເຮັດໃຫ້ບັນຍາກາດທີ່ໂຮມຊຸມນຸມ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.