ແຂວງ​ຫົວ​ພັນເປີດກອງ​ປະ​ຊຸມ ບັ້ນ​ຊີ​ວິດ​ການ​ເມືອງ​ປົວ​ແປງ​ພັກ ຂອງ​ອົງ​ຄະ​ນະ​ພັກ​ແຂວງ​ຫົວ​ພັນ

ການເຄື່ອນໄຫວ

ໃນລະຫວ່າງວັນທີ 4-7 ມີນາ 2015 ນີ້ແຂວງຫົວພັນໄດ້ເປີດບັ້ນດຳເນີນຊີວິດການເມືອງປົວແປງພາຍໃນພັກຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຂອງຫ້ອງວ່າການປົກຄອງແຂວງໂດຍພາຍໃຕ້ການເປັນປະທານຂອງສະຫາຍຄຳຮຸ່ງເຮືອງວົງສີກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງ,ເຈົ້າແຂວງຫົວພັນເຊິ່ງເປັນກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວຍັງໄດ້ຕ້ອນຮັບສະຫາຍຄຳສຸກບຸນຍະວົງຮອງປະທານຄະນະກວດກາສູນກາງພັກອົົງການກວດກາລັດຖະບານແລະຍັງມີບັນດາທ່ານຄະນະບໍລິຫານພັກແຂວງຊຸດທີ່ 8 ຂອງແຂວງຫົວພັນ, ຄະນະພັກກອງບັນຊາການທະຫານ, ຕຳຫຼວດ, ເລຂາພັກເມືອງ 10 ເມືອງ, ອົງການຈັດຕັ້ງມະຫາຊົນ, ຜູ້ແທນສົມບູນ-ສຳຮອງທີ່ກະກຽມເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຫົວພັນທັງໝົດ180 ກວ່າສະຫາຍເຂົ້າຮ່ວມ,ກອງປະຊຸມ ຍັງໄດ້ສຸມໃສ່ປະກອບຄຳເຫັນຕໍ່ຮ່າງລາຍງານ ການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ, ເຊື່ອມຊຶມເອກາສານ 6 ບົດຄື: ບົດການຝຶກຜົນຄຸນທາດການເມືອງ-ຄຸນສົມບັດ, ການປັບປຸງແບບແຜນວິທີການເຮັດວຽກ, ມາດຖານຂອງຄະນະພັກແຂວງ, ມາດຖານຂອງສະມາຊິກພັກ, ຂໍ້ຫ້າມສຳລັບສະມາຊິກພັກ ແລະ ຂໍ້ກຳນົດຂອງກົມການເມືອງວ່າດ້ວຍຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີການເມືອງ ຂອງພະນັກງານນຳພາ-ຄຸ້ມຄອງ.

ຜູ້ແທນເຂົ້າຮ່ວມກອງປະຊຸມ