ຫ້ອງວ່າການປົກຄອງ ແຂວງຫົວພັນ ຈັດກອງປະ​ຊຸມຝຶກອົບຮົມ ການ​ສ້າງ​ນິ​ຕິກ​ຳ​ ລຸ່ມ​ກົດ​ໝາຍ

ການເຄື່ອນໄຫວ, ຫ້ອງວ່າການແຂວງ

ໃນວັນທີ 30 ພຶດສະພາ 2018ຫ້ອງວ່າການປົກຄອງ​ແຂວງ​ຫົວພັນ ໄດ້ຈັດ​ກ​ອງຝຶກອົບຮົມ ວິທີ​ການ ​ແລະ ຂັ້ນ​ຕອນ​ໃນ​ການ​ສ້າງ​ນິຕິ​ກຳ​ລຸ່ມ​ກົດໝາຍ ຂຶ້ນຢູ່ທີ່ຫ້ອງ​ປະຊຸມ​ໃຫຍ່​ຊັ້ນ​ຫ້າ​ຫ້ອງ​ວ່າການ​ປົກຄອງ​ແຂວງພາຍໃຕ້ ການເປັນປະທານ ຂອງທ່ານ ພັນ​ທອງ ​ເພັດ​ໄຊ​ສົມ​ພັນ ຮອງ​ເຈົ້າ​ແຂວງ​ຫົວພັນ. ໂດຍເຊີນ​ເອົາ​ນັກວິທະຍາກອນ​ມາ​ຈາກສະພາ​ປະຊາຊົນ​​ແຂວງ​ຫົວພັນ ແລະ ມີນັກສຳມະນາກອນຈ​າກທຸກພະ​ແນ​ກການ​,ອົງການ​ທຽບ​ເທົ່າອ້ອມ​ຂ້າງ​ແຂວງ, ກ​ອງ​ບັນ​ຊາ​ການ​ທະ​ຫານ, ກ​ອງ​ບັນ​ຊາ​ການ ປກ​ສ ແລະ ລັດ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວ​ມ ຈຳນວນ 80 ກວ່າທ່ານ.

ການຈັດຊຸດຝຶກອົບຮົມຄັ້ງນີ້ ແມ່ນໜຶ່ງໃນຜັນ​ຂະຫຍາຍ​ຄູ່​ມື​ກ່ຽວກັບ​ການ​ສ້າງ​ຂໍ້​ຕົກລົງ​ຂອງ​ເຈົ້າ​ແຂວງ, ​ເຈົ້າ​ຄອງ​ນະຄອນ ທີ່​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ເຝິກອົບຮົມ​ໃຫ້​ສະພາ​ປະຊາຊົນ​ຂັ້ນ​ແຂວງ ​ແລະ ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ 6 ​ແຂວງ​ພາກ​ເໜືອຢູ່​ທີ​ແຂວງ​ອຸດົມ​ໄຊ ຄັ້ງ​ວັນ​ທີ 5-6 / 6 / 2017 ​ແລະ ປະຕິບັດ​ແຈ້ງ​ການ​ຂອງ​ ຫ້ອງ​ວ່າການປົກຄອງ​ແຂວງ​ຫົວພັນ​ ​ເລກທີ 338/ຫປຂ.ຫພ ລົງ​ວັນ​ທີ 14 ມິຖຸນາ 2017 ວ່າ​ດ້ວຍ​ໃຫ້​ຄົ້ນ​ຄ້ວາຂື້ນ​ແຜນ​ສ້າງ​ນິຕິ​ກຳ​ລຸ່ມ​ກົດໝາຍຂັ້ນ​ແຂວງ​ທີ​ຈະ​ນຳ​ສະ​ເໜີຕໍ່ກອງ​ປະຊຸມ​ສະພາ​ປະຊາຊົນ​ແຂວງ ສະ​ໄໝສາ​ມັນ​ເທື່ອ​ທີ່ 3 ​ແລະ ​ເທື່ອ​ຕໍ່ໆ​ໄປ.

ໃນໂອກາດດຳເນີນການຝຶກອົບຮົມຄັ້ງນີ້, ນັກສຳມະນາກອນ ຈະໄດ້ຮຽນຮູ້ ​ແລະ ຮັບ​ຟັງ​ການ​ຜ່ານ​ຄຳ​ແນະນຳ​ເລກທີ 011 /ຄປຈ, ລົງ​ວັນ​ທີ 19 / 7 / 2017 ວ່າ​ດ້ຍການ​ພິຈາລະນາ, ຮັບຮອງ​ເອົາ​ນິຕິ​ກຳ​ສຳຄັນ​ຂອງ​ທ້ອງ​ຖິ່ນ ​ແລະ ​ຮັບ​ຟັງ​ການ​ບັນລະຍາຍ​ຄູ່​ມື​ການ​ສ້າງ​ນິຕິ​ກຳ​ລຸ່ມ​ກົດໝາຍ ຈາກ​ທ່ານ ນ. ອຳ​ໄພ​ວອນ ລ້ອມ​ບຸນ​ແພງ ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ ​ແລະ ​ເອກະສານ ທີ​ຕັ້ງ, ພາລະ​ບົດບາດ, ສິດ ​ແລະ ໜ້າທີ່, ລະບົບ​ກົງຈັກ ​ແລະບຸກຄະລາ​ກອນ​ຂອງ ສະພາ​ປະຊາຊົນ​ແຂວງ​ຫົວພັນ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້ງ​ທີ​ແຂວງ​ຫົວພັນ.

IMG 5517

IMG 5524

 

ໃນ​ໂອ​ກາດ​ຕອນ​​ທ້າຍ​ທ່ານ​ປ​ະທານກອງ​ປະ​ຊຸມກໍ່​ໄດ້​ຕີ​ລາ​ຄາ​ຍົກ​ສູງ​ເຖິ່ງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມຝຶກອົບຮົມດັ່ງ​ກ່າວ​ ແລະ ເຊື້​ອ​ໝັ້ນ​ວ່າ​ບັນ​ດາ​ນັກ​ສຳ​ມະ​ນາກ​ອນ​ຈະ​ນ​ຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ການ​ຈັດຝຶກອົບຮົມຄັ້ງ​ນີ້​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ເຂົ້າ​ໃນ​ຂະ​ບວນ​ການ​ຕົວ​ຈິງ ແລະ ມີ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ.