ຫນ່ວຍແມ່ຍິງຫ້ອງວ່າການແຂວງມອບເຄື່ອງຊ່ວຍເຫລືອໂຮງຮຽນມັດທະຍົມສຶກສາຕອນຕົ້ນນາທອງ ເມືອງຊຳເຫນືອ ແຂວງຫົວພັນ
ໃນຕອນເຊົ້າຂອງວັນທີ 9 ມີນາ 2023 ຄະນະຫນ່ວຍແມ່ຍິງຫ້ອງວ່າການແຂວງ ( ຫວຂ ) ນຳໂດຍທ່ານ ນາງ ພຸດສະດາ ພີມສຸວັດ ປະທານຫນ່ວຍແມ່ຍິງ ຫວຂ ພ້ອມດ້ວຍສະມາຊິກພາຍໃນຫນ່ວຍ ໄດ້ນຳເອົາເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ ມອບໃຫ້ໂຮງຮຽນມັດທະຍົມຕອນຕົ້ນນາທອງ ເມືອງຊຳເຫນືອ ແຂວງຫົວພັນ.
ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ມີ ຜ້າຫົ່ມຈຳນວນ20 ຜືນ, ຜ້າອັດປາກ 10 ກັບ ແລະ ອຸປະກອນການຮຽນຈຳນວນຫນື່ງ ລວມມູນຄ່າ 3.000.000 ກວ່າກີບ ມອບໃຫ້ໂຮງຮຽນມໍຕົ້ນນາທອງເພື່ອມອບຕໍ່ໃຫ້ນ້ອງນັກຮຽນທຸກຍາກຂາດເຂີນ ທີ່ເດີນທາງຈາກບ້ານຫ່າງໄກເພື່ອມາຮ່ຳຮຽນ ແລະ ພັກເຊົ່າຢູຫໍພັກນັກຮຽນດັ່ງກ່າວ ຈຳນວນ 27 ນ້ອງ ກ່າວມອບໂດຍທ່ານ ນາງ ພຸດສະດາ ພີມສຸວັດ ປະທານຫນ່ວຍແມ່ຍິງຫ້ອງວ່າການແຂວງ ຕາງຫນ້າຮັບໂດຍທ່ານ ນາງ ສອນ ອິນທະບົວລີ ອຳນວຍການໂຮງຮຽນມັດທະຍົມສຶກສາຕອນຕົ້ນນາທອງ ເຊິ່ງທ່ານຍັງໄດ້ກ່າວວ່າໂຮງຮຽນມໍຕົ້ນນາທອງກໍ່ເປັນໂຮງຮຽນຫນື່ງທີ່ຍັງທຸກຍາກຂາດເຂີນທາງດ້ານອຸປະກອນຮັບໃຊ້ການຮຽນການສອນ, ເຄື່ອງນຸ່ງຫົ່ມ ແລະ ຫໍພັກໃຫ້ນັກຮຽນທຸກຍາກຂາດເຂີນ ສຸດທ້າຍທ່ານຍັງໄດ້ກ່າວອວຍພອນໄຊໃຫ້ຄະນະຫນ່ວຍແມ່ຍິງຕະຫລອດຮອດສະມາຊິກພາຍໃນຫນ່ວຍແມ່ຍິງຫ້ອງວ່າການແຂວງຈົ່ງມີສຸຂະພາບແຂງແຮງປະສົບຜົນສຳເລັດໃນຫນ້າທີ່ການງານມີຜົນສຳເລັດອັ້ນໃຫມ່ຍິ່ງໃຫຍ່ກວ່າເກົ່າຂື້ນໄປເຫລື່ອຍໆ.



