ສ້າງຂະບວນການຂໍ່ານັບຮັບຕ້ອນວັນກຳມະກອນສາກົນຄົບຮອບ 132 ປີ (1 ພຶດສະພາ 1886 – 1 ພຶດສະພາ 2018)

ການເຄື່ອນໄຫວ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນກຳມະກອນສາກົນ ຄົບຮອບ 132 ປີ(1 ພຶດສະພາ 1886 – 1 ພຶດສະພາ 2018) ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ຫ້ອງວ່າການປົກຄອງແຂວງຫົວພັນ ໄດ້ສົມທົບກັບເມືອງຊຳເໜືອ ແຂວງຫົວພັນ ຈັດການແຂ່ງຂັນກິລາມິດຕະພາບຂື້ນໃນຕອນແລງເວລາ 16:30 ຂອງວັນທີ 30 ເມສາ 2018 ຢູ່ທີ່ເດິ່ນບານຈະເລີນຊຳ ບ້ານນາວຽງ, ເມືອງຊຳເໜືອ, ແຂວງຫົວພັນ, ຫ້ອງວ່າການແຂວງນຳໂດຍ  ທ່ານ ວົງເພັດ ບຸນມະນີ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະ ສ່ວນເມືອງຊຳເໜືອ ນຳໂດຍທ່ານ ລຽນໄຊ ບຸນມະນີວັນ ເຈົ້າເມືອງໆຊຳເໜືອ ພ້ອມພ້ວຍຄະນະນຳຂອງເມືອງ ຕະຫຼອດຮອດພະນັກງານວິຊາການຂອງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງຮຽງໜ້າ, ຂະບວນການແຂ່ງຂັນກິລາມິດຕະພາບຄັ້ງນີ້ ເຕັມໄປດ້ວຍບັນຍາກາດທີ່ມີຄວາມໝາຍ, ຄວາມສຳຄັນ ແລະ ເບີກບານມ່ວນຊື່ນ, ຟົດຟື້ນພໍສົມຄວນ.