ໃນຕອນເຊົ້າ ຂອງ ວັນທີ 6 ມີນາ 2023 ທີ່ຫ້ອງປະຊຸມ ຊັ້ນ II ຂອງສາຂາ ລັດວິສາຫະກິດໄຟຟ້າລາວ ແຂວງຫົວພັນ ໄດ້ມີພິທີເປີດຝືກອົບຮົມ ວຽກງານເຕັກນິກຄວາມປອດໄພ.
ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ແສງອາລຸນ ເທບພະວົງ ຮອງຫົວໜ້າສາຂາ ລັດວິສາຫະກິດໄຟຟ້າລາວ ແຂວງຫົວພັນ ແລະ ມີ ທ່ານ ແສງພູວີ ສົມສະໜິດ ຮອງຫົວໜ້າໜ່ວຍງານ ພ້ອມດ້ວຍທີມງານມາຈາກສຳນັກງານໃຫ່ຍ ຟຟລ ມີນັກສຳມະນາກອນ ເຂົ້າຮ່ວມທັງໝົດ 57 ສະຫາຍ.
ໃນກອງປະຊຸມຍັງໄດ້ຮັບຟັງ ການລາຍງານທາງດ້ານ ວຽກງານເຕັກນິກຄວາມປອດໄພ ໃນການປະຕິບັດວຽກງານໃນໄລຍະ1 ປີຜ່ານມາ.
ຈຸດປະສົງໃນການຝືກອົບຮົມເຕັກນິກຄວາມປອດໄພ ໃນຄັ້ງນີ້ທີມງານ ເຕັກນິກຄວາມປອດໄພມາຈາກສຳນັກງານໃຫ່ຍ ເພິ່ນກໍ່ໄດ້ເນັ້ນໃສ່ ເນື້ອໃນວຽກງານ ການປະຕິບັດວຽກງານຕົວຈິງ.
1. ສະເໜີ ອຸປະຕິເຫດທີ່ເກີດຂື້ນຢູ່ພາຍໃນ-ພາຍນອກ ໃນປີ 2022.
2. ຂໍ້ກຳນົດ ຂອງລັດວິສາຫະກິດໄຟຟ້າລາວ ວ່າດ້ວຍມາດຕະການລົງວິໄນ – ນະໂຍບາຍດ້ານວຽກງານຄວາມປອດໄພ ແລະ ປ້ອງກັນແຮງງານ
3. ກຳມະວິທີໃນການປະຕິບັດວຽກງານຢູ່ໃກ້ ແລະ ຢູ່ກັບໄຟຟ້າ
ຜ່ານການຮໍ່າຮຽນຝືກອົບຮົມໃນຄັ້ງນີ້ສາມາດເຮັດໃຫ້ ອ້າຍນ້ອງພະນັກງານວິຊາການໄດ້ຮັບຮູ້ເລື່ອງກຳມະວິທີ ໃນການປ້ອງກັນ ຄວາມປອດໄພ ໃຫ້ມີສະຕິໃນການອອກປະຕິບັດວຽກງານຢູ່ໃນພາກສະໜາມ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ແສງອາລຸນ ເທບພະວົງ ຮອງຫົວໜ້າສາຂາ ລັດວິສາຫະກິດໄຟຟ້າລາວ ແຂວງຫົວພັນ ເພີ່ນກໍ່ໄດ້ເນັ້ນໜັກ ບາງບັນຫາເພີ່ມເຕີມເຊັ່ນ ກຳມະວິທີໃນການປະຕິບັດວຽກງານຕ້ອງເອົາຄວາມປອດໄພມາກ່ອນ ແລະ ກອງປະຊຸມ.ໄດ້ປິດລົງ ໃນເວລາ 16 ໂມງ 00 ຂອງວັນດຽວກັນດ້ວຍຜົນສໍາເລັດອັນຈົບງາມ.







