ຕອນເຊົ້າ ວັນທີ 27 ມິຖຸນາ 2023 ນີ້, ທີມງານຫ້ອງການປະກັນສັງຄົມແຂວງຫົວພັນ ລົງມາເຜີຍແຜ່ກົດໝາຍວ່າດ້ວຍ ປະກັນສັງຄົມ (ສະບັບປັບປຸງ) ສະບັບເລກທີ 095/ສພຊ, ລົງວັນທີ 27 ມີຖຸນາ 2018 ຢູ່ທີ່ຫ້ອງປະຊຸມ ຄະນະປະຈຳ ສະພາປະຊາຊົນ ແຂວງຫົວພັນ ເຜີຍແຜ່ໂດຍ ທ່ານ ນາງ ພິມມາລີ ອິນມາລາ ຮອງຫົວໜ້າຫ້ອງການປະກັນສັງຄົມແຂວງ ເປັນກຽດເຂົ້າຮ່ວມຟັງຂອງທ່ານ ສົມສັກ ດອນຈານິດ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫລອດຮອອດພະນັກງານວິຊາການ ເຂົ້າຮ່ວມນຳ. ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງ ທີ່ເປັນສະມາຊິກປະກັນສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບສິດຜົນປະໂຫຍດທີ່ໄດ້ຮັບຄື: ອຸດໜູນອຸປະຕິເຫດແຮງງານ ຫລື ພະຍາດອາຊີບ, ອຸດໜູນປະກັນສຸຂະພາບ, ອຸດໜູນອອກລູກ, ອຸດໜູນປ່ວຍການ, ອຸດໜູນເສຍກຳລັງແຮງງານ, ອຸດໜູນແຮງງານ, ອຸດໜູນເສຍຊີວິດ ແລະ ອຸດໜູນສະມາຊິກຄອບຄົວ ພ້ອມນີ້, ທີມງານຍັງໄດ້ແກ້ໄຂບາງບັນຫາທີ່ສະມາຊິກປະກັນສັງຄົມ ມີຄວາມສົນໃຈຕື່ມອີກ.
ພາບ ແລະ ຂ່າວໂດຍ ນັກຂ່າວ ສພຂ ຫົວພັນ.



