ພາບຖ່າຍມອບເຄື່ອງຊ່ວຍເຫຼືອ ໃຫ້ປະຊາຊົນບ້ານເມືອງເກີນ
ມອບເງິນ ຊື້ເຂົ້າ ແລະ ສັງກະສີ ບັນເທົາຄວາມທຸກຍາກໃຫ້ປະຊາຊົນ
ສະພາບພື້ນທີ່ນາຖຶກນ້ຳຖ້ວມ ແລະ ດິນ-ຕົ້ນໄມ້ ທັບຖົມ
ໃນຕອນເຊົ້າຂອງວັນທີ 21 ຕຸລາ 2017 ທີມງານຂອງແຂວງ ໂດຍໄດ້ຮັບທິດຊີ້ນຳຈາກທ່ານ ເຈົ້າແຂວງຫົວພັນ ຊື່ງຕາງໜ້າທີມງານຂອງແຂວງ ໂດຍສະຫາຍ ບຸນລົມ ສີເມືອງວົງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ສະຫາຍ ກອງມີ ສຸພັນທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ພ້ອມດ້ວຍທີມງານຂອງແຂວງ ແລະ ທີມງານຂອງເມືອງຊຳໃຕ້ຈຳນວນໜື່ງ ໄດ້ພ້ອມກັນນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກ ໄປມອບໃຫ້ປະຊາຊົນບ້ານເມືອງເກີນ ເມືອງຊຳໃຕ້ ແຂວງຫົວພັນ ທີ່ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດ ຝົນຕົກໜັກຫຼາຍວັນຕິດຕໍ່ກັນ ເປັນສາເຫດໃຫ້ມີນ້ຳປ່າໄຫຼສຸ ຊື່ງໄດ້ສົ່ງຜົນກະທົບເຮັດໃຫ້ຊັບສິນ, ເຮືອນຊານ, ໄຮ່-ນາ, ສັດລ້ຽງ ແລະ ເສັ້ນທາງເຂົ້າສູ່ບ້ານຂອງປະຊາຊົນບ້ານດັ່ງກ່າວ ຖືກນ້ຳຖ້ວມ ແລະ ເສຍຫາຍ ຢ່າງໜັກ, ນັບແຕ່ມື້ເກີດເຫດຮອດປັດຈຸບັນທາງແຂວງ ແລະ ເມືອງຊຳໃຕ້ ໄດ້ປະສານສົມທົບກັນ ເພື່ອລະດົມທຶນ, ວັດຖຸປັດໃຈເງິນຄຳ, ເຄືອງນຸ່ງຫົ່ມ ເຂົ້າໄປຊ່ວຍເຫຼືອບັນເທົາຄວາມທຸກຍາກຂອງປະຊາຊົນ ຄິດເປັນມູນຄ່າທັງໝົດ: 43,192,000 ກີບ ຊື່ງປະຊາຊົນບ້ານດັ່ງກ່າວໄດ້ຮຽກຮ້ອງຂໍໃຫ້ພັກລັດ, ຂັ້ນເທີງ ຊອກວີທີທາງອອກຊ່ວຍ ເຊັ່ນວ່າ: ສ້ອມແປງລະບົບເສັ້ນທາງ, ການດູແລດ້ານສຸຂະພາບ, ພື້ນຟູໄຮ່-ນາ ທີ່ໄດ້ຖືກນ້ຳຖ້ວມ ແລະ ດິນຖົມຄັ້ງນີ້ໂດຍໄວ ເພື່ອໃຫ້ປະຊາຊົນໄດ້ສືບຕໍ່ເຮັດການຜະລິດ. ຕໍ່ກັບບັນຫາດັ່ງກ່າວ ທາງແຂວງຫົວພັນ ໄດ້ມີທິດຊີ້ນໍາແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ເພື່ອລົງສົມທົບກັບເມືອງຊຳໃຕ້ ສືບຕໍ່ລົງປະເມີນຄວາມເສຍຫາຍທັງໝົດຄືນຢ່າງລະອຽດ ເພື່ອລາຍງານ ແລະ ນຳສະເໜີຂໍທິດຊີ້ນຳຈາກສູນກາງ ເພື່ອຊ່ວຍຊີ້ນຳທາງອອກ ແລະ ວິທີການພື້ນຟູໃນຂັ້ນຕອນຕໍ່ໄປ.