ພູມສັນຖານ

ພູມສັນຖານຂອງ ແຂວງຫົວພັນ

ແຂວງຫົວພັນແມ່ນແຂວງໜຶ່ງ ທີ່ນອນຢູ່ໃນບັນດາແຂວງ ພາກເໜືອ ຂອງລາວ ເປັນເມືອງເກົ່າແກ່ ຂອງອານາຈັກລ້ານຊ້າງ ມາແຕ່ບູຮານນະການ ຈຶ່ງຂະໜານນາມວ່າ ເປັນເມືອງເໜືອ ແລະ ເຄີຍເປັນພາກສ່ວນໜຶ່ງ ຂອງເມືອງຊວາ(ຫຼວງພະບາງໃນສະໄໝກ່ອນ  ແລະ ເປັນເຂດທີ່ໝັ້ນ ຂອງການປະຕິວັດເປັນຖິ່ນກຳເນີດ ຂອງພັກປະຊາຊົນ ປະຕິວັດລາວແຂວງຫົວພັນ ຕັ້ງຢູ່ທິດຕາເວັນອອກສ່ຽງເໜືອ ຂອງປະເທດລາວ ຕາມເສັ້ນຂະໜານ ທີ່ 19 ອົງສາ 48 ລິບດາເໜືອ ແລະ ຕັ້ງຢູ່ລະຫວ່າງກາງ ເສັ້ນແວງທີ່ 103 ອົງສາ – 105 ອົງສາດ້ານທິດຕາເວັນອອກ ມີຊາຍແດນ ຕິດກັບ 3 ແຂວງ ຂອງປະເທດ ສສ ຫວຽດນາມ ຄືຕິດກັບແຂວງເຊີນລາ 196 km, ແທັງຮວ່າ 296 km  ແລະ ແຂວງເງ້ອານ 53 km. ທິດເໜືອ ຕິດກັບແຂວງຫຼວງພະບາງທິດຕາເວັນຕົກ ຕິດກັບແຂວງຊຽງຂວາງ ມີຄວາມຍາວ 260 km. ແຂວງຫົວພັນ ມີເນື້ອທີ່ທັງໝົດ: 17,500 km2 ຫ່າງຈາກນະຄອນຫຼວງວຽງຈັນ 650 km, ປະກອບມີ 10 ເມືອງ, 716 ບ້ານມີ 90 ກຸ່ມບ້ານ ແລະ ມີພົນລະເມືອງ ທັງໝົດ: 290,000 ກວ່າຄົນມີ 9 ເຜົ່າຊົນ ດຳລົງຊີວິດຢູ່ຮ່ວມກັນ.