ໃນຕອນເຊົ້າເວລາ 8:00 ຂອງວັນທີ 25 ເມສາ 2018 ໜ່ວຍພັກຫ້ອງວ່າການປົກຄອງແຂວງຫົວພັນໄດ້ຈັດພິທີຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຄັ້ງທີ VI ປະຈຳປີ 2017 ພິທີດັ່ງກ່າວໄດ້ໃຫ້ກຽດເປັນປະທານພິທີໂດຍສະຫາຍ ພູໂຊນ ທຳມະວິໄຊ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳຂົງເຂດວຽກງານ ວັດທະນະທຳ-ສັງຄົມ ຊື່ງກອງປະຊຸມດັ່ງກ່າວໄດ້ມີຜູ້ເຂົ້າຮ່ວມທັງໝົດ 30 ສະຫາຍ, ຍີງ 10 ສະຫາຍ, ແລະ ຍັງໄດ້ເຊີນເອົາບັນດາໜ່ວຍພັກທີ່ຂື້ນກັບຄະພັກຮາກຖານຫ້ອງວ່າການປົກຄອງແຂວງເຂົ້າຮ່ວມນຳ. ໜ່ວຍພັກຫ້ອງວ່າການປົກຄອງແຂວງ ເປັນໜ່ວຍພັກໜຶ່ງທີ່ຂື້ນກັບການຊີ້ນຳ-ນຳພາຂອງຄະນະພັກຮາກຖານຫ້ອງວ່າການປົກຄອງແຂວງ ມີໜ້າພາລະບົດບາດ, ສິດ, ໜ້າທີ່ ເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງ ແລະ ມີຄວາມຮັບຜິດຊອບໃນການສຶກສາອົບຮົມການເມືອງ-ແນວຄິດ, ຊີ້ນຳວຽກງານວິຊາສະເພາະ ແລະ ກໍ່ສ້າງພະນັກງານ, ຕາມ 5 ຂະແໜງການຂອງຫ້ອງວ່າການ, ປັດຈຸບັນມີສະມາຊິກພັກທັງໝົດ 31 ສະຫາຍ, ຍິງ 9 ສະຫາຍ, ສຳຮອງ 5 ສະຫາຍ, ຍິງ 3 ສະຫາຍ, (ໄປຍົກລະດັບດ້ານທິດສະດີ 1 ສະຫາຍ, ເຝິກອົບຮົມພາສາຕ່າງປະເທດ 1 ສະຫາຍ) ມີຄະນະໜ່ວຍພັກ 3 ສະຫາຍ ຍິງ 1 ສະຫາຍ ; ລະດັບການສຶກສາຕໍາສຸດມໍຕົ້ນ; ລະດັບວິຊາສະເພາະຕໍາສຸດແມ່ນຊັ້ນສູງ ແລະ ສູງສຸດປະລິນຍາໂທ; ລະດັບທິດສະດີການເມືອງ-ການປົກຄອງຕໍາສຸດຊັ້ນກາງ, ຂຶ້ນໄປຫາປະລິນຍາໂທ.
ຕາງໜ້າໜ່ວຍພັກ ໂດຍສະຫາຍ ວັນເພັດ ສີບຸນແສງ ເລຂາໜ່ວຍພັກ ຫ້ອງວ່າການປົກຄອງແຂວງໄດ້ຂື້ນຜ່ານຮ່າງບົດສະຫຼຸບການຊີ້ນຳນຳພາຂອງໜ່ວຍພັກປະຈຳປີ 2017 ແລະ ວາງທິດທາງແຜນການ ໃນການຊີ້ນຳ-ນຳພາກວຽກງານຂອງໜ່ວຍພັກໃນປີ 2018 ຊື່ງບົດສະຫຼຸບໄດ້ຕີລາຄາ 4 ດ້ານຄື: ດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີເຮັດວຽກ ແລະ 5 ເນື້ອໃນຮູ້ນຳພັກຮອບດ້ານຄື: ນຳພາດ້ານການເມືອງແນວຄິດ, ນຳພາທາງດ້ານວິຊາສະເພາະ ໃນການພັດທະນາເສດຖະກິດ ແລະ ວັດທະນາທຳສັງຄົມ, ນຳພາປັບປຸງກົງຈັກການຈັດຕັ້ງ-ອົງການຈັດຕັ້ງມະຫາຊົນ, ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນຳພາວຽກງານກໍ່ສ້າງພັກ-ພະນັກງານ ແລະ ຍັງຍົກໃຫ້ເຫັນບັນດາຈຸດດີຜົນງານ ແລະ ບັນດາຂໍ້ຫຍຸ້ງຍາກໃນໄລຍະຜ່ານມາ ເພື່ອພ້ອມກັນຊອກຫາສາເຫດ ແລະ ວິທີການແກ້ໄຂໃນຕໍ່ໜ້າ ໃຫ້ນັບມື້ດີຂື້ນ ແລະ ຫັນເຂົ້າສູ່ທັນສະໄໝເທື່ອລະກ້າວ.
ຕອນທ້າຍປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເຊີ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ ແລະ ສະມາຊິກພັກຕ້ອງເອົາໃຈໃສ່ຄື: 1). ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານເປັນກົກ ໂດຍສະເພາະແມ່ນຄົນລຸ້ນໜຸ່ມເປັນຜູ້ສຶບຖອດພາລະກິດຂອງພັກ (ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ) ເຮັດແນວໃດໃຫ້ຄົນລຸ້ນໜຸ່ມຮັບຮູ້ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເພື່ອຈະເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີທັດສະນະຄຸນສົມບັດສິນທຳປະຕິວັດທີ່ດີ, ມີຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງໄດ້ຮັບມອບໝາຍ ແລະ ຄວາມຮັບຜິດຊອບຕໍ່ສ່ວນລວມສູງ. 2). ປັບປຸງການຈັດຕັ້ງພັກ ທາງດ້ານປະລິມານ ແລະ ຄຸນນະພາບຕາມມາດຖານເງື່ອນໄຂຜູ້ຈະເຂົ້າເປັນສະມາຊິກພັກ, ກຳໃຫ້ໄດ້ຫຼັກການ-ທິດສະດີໃນການກໍ່ສ້າງ ແລະ ປັບປຸງພັກ ທັງກຳໄດ້ແໜ້ນບັນດາຂໍ້ຫ້າມຂອງສະມາຊິກພັກ ໃນນີ້ຢາກສ້າງພັກໃຫ້ປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ເຮັດໃຫ້ມະຫາຊົນມີສັດທາຕໍ່ພັກ ກ່ອນອື່ນໝົດ ສະມາຊິກພັກຕ້ອງເປັນແບບຢ່າງທີ່ດີ, ສຳລັບຜູ້ທີ່ເຂົ້າໃຈວິທີສ້າງມະຫາຊົນກ້າວໜ້າເຂົ້າພັກເລິກເຊີ່ງແລ້ວ ກໍ່ຮຽກຮ້ອງໃຫ້ເຫັນແກ່ຜົນປະໂຫຍດລວມໃຫ້ສູງ, ບໍ່ອະຄະຕິ ໝາຍວ່າ: ເລືອກເອົາຜູ້ດີກ້າວໜ້າແທ້ເຂົ້າພັກ ແລະ ບໍ່ເອົາຜູ້ທີ່ບໍ່ໄດ້ມາດຖານເງື່ອນໄຂເຂົ້າພັກເດັດຂາດ, ສຳລັບຜູ້ທີ່ບໍ່ເຂົ້າໃຈ ວິທີສ້າງມະຫາຊົນເຂົ້າພັກ ໃຫ້ປະສານກັບພະແນກກ-ອົງການກ່ຽວຂ້ອງ ແນະນຳວິທີການໃຫ້ຕື່ມ ໂດຍສະເພາະຄະນະອົບຮົມແຂວງ, ຄະນະຈັດຕັ້ງແຂວງ ແລະ ຄະນະກວດກາພັກແຂວງ. 3). ການປັບປຸງກໍ່ສ້າງພັກຕ້ອງໃຫ້ເຫັນໝາກຜົນຕົວຈີງ ໝາຍວ່າ ມີຂະບວນການຕົວຈີງເຊັ່ນ:
– ບັນດາອົງການມະຫາຊົນຂື້ນກັບການຊີ້ນໍາຂອງຄະນະພັກ ຕ້ອງເປັນແບບຢ່າງແຂງແຮງບັນລຸບັນດາຂໍ້ແຂ່ງຂັນຂອງແຕ່ລະອົງການ.
– ບັນດາຂະແໜງການ, ໜ່ວຍງານວຽກງານວິຊາສະເພາະຕ້ອງຮູ້ບົດບາດ, ຮູ້ໜ້າທີ່ຂອງຕົນ ເຮັດຢ່າງຫ້າວຫັນແຂງແຮງ, ກ້າປ່ຽນແປງໄປຕາມທິດຫັນເປັນກ້າວໜ້າ ແລະ ສອດຄ່ອງ ໃນນີ້ໃຫ້ມີວິທີການປັບປຸງວຽກງານສັງລວມພັກຕື່ມ ເຫັນວ່າບົດບາດຂອງຂະແໜງນີ້ບໍ່ທັນພົ້ນເດັ່ນ, ວຽກພັກຢູ່ຮາກຖານບາງບ່ອນບໍ່ແຂງແຮງ ຈະເລີ່ມຈາກຂະແໜງນີ້ເປັນເສນາທິການຄົ້ນຄວ້າໃຫ້ແກ່ຄະນະພັກແຂວງ.
ບັນດາສະມາຊິກພັກຫ້ອງວ່າການແຂວງ ແລະ ແຂກເຂົ້າຮ່ວມຖ່າຍພາບຮ່ວມກັບທ່ານປະທານກອງປະຊູມ