ພິທີສະຫຼຸບຜົນງານການເຄື່ອນໄຫວກໍ່ສ້າງຮາກຖານ ການເມືອງ ແລະ ຊຸກຍູ້ວຽກງານຍຸຕິທຳ ຂອງພະນັກງານກະຊວງຍຸຕິທຳ

ການເຄື່ອນໄຫວ, ພະແນກ ຍຸດຕິທຳ

 

ໃນວັນທີ 8 ກັນຍາ 2023 ນີ້, ພະແນກຍຸຕິທໍາແຂວງຫົວພັນ ໄດ້ຈັດພິທີສະຫຼຸບຜົນງານການເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ແລະ ຊຸົກຍູ້ວຽກງານຍຸຕິທຳ ຂອງພະນັກງານກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມພອນ ອິນຄະວິໄລ  ຫົວໜ້າພະແນກຍຸຕິທໍາແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ໄຊຍະສັກ ແກ້ວມະນີວົງ ຮອງຫົວໜ້າກົມກວດກາກະຊວງຍຸຕິທຳ (ພະນັກງານລົງຮາກຖານ), ມີຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນພະແນກຍຸຕິທໍາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ໄຊຍະສັກ ແກ້ວມະນີວົງ ຮອງຫົວໜ້າກົມກວດກາກະຊວງຍຸຕິທຳ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານໄລຍະ 3 ເດືອນ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອອ່ນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຊື່ງຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ ແລະ ປັບປຸງແກ້ໄຂໃນຕໍ່ໜ້າ. ສະແດງອອກໃນການເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃຫ້ກັບພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ນັກທຸລະກິດ ຕະຫຼອດຮອດພະນັກງານ, ທະຫານ, ຕໍາຫຼວດເອົາໃຈໃສ່ວຽກງານປະຕິບັດຄຳຕັດສິນຂອງສານ, ວຽກງານສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ, ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ວຽກງານຍຸຕິທຳເດັກ, ວຽກງານການສ້າງ ແລະ ປັບປຸງນິຕິກຳ, ຕິດຕາມ, ຊຸກຍູ້ບັນດາເມືອງໃຫ້ເປີດຮຽນກົດ    ໝາຍຊັ້ນຕົ້ນໃຫ້ແກ່ພະນັກງານອ້ອມຂ້າງແຂວງ, ພະນັກງານອ້ອມເມືອງ ແລະ ອົງການປົກຄອງບ້ານ ແລະ ວຽກງານອື່ນໆ ຕາມຄໍາແນະນໍາຂອງລັດຖະມົນຕີກະຊວງຍຸຕິທໍາ ສະບັບເລກທີ 587/ກຍ, ລົງວັນທີ 30 ພຶດສະພາ 2023 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ຊື່ງສາມາດຈັດຕັ້ງປະຕິບັດໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ຈາກຜົນງານດີເດັ່ນໃນການລົງຮາກຖານດັ່ງກ່າວກໍ່ໄດ້ຮັບໃບຍ້ອງຍໍຈາກເຈົ້າແຂວງ ແລະ ພະແນກຍຸຕິທໍາແຂວງຫົວພັນຈຳນວນ 2 ໃບ, ໃບກຽດຕິຄຸນ 1 ໃບ, ໃຫ້ກຽດຕາງໜ້າມອບໂດຍທ່ານ ສົມພອນ ອິນຄະວິໄລ  ຫົວໜ້າພະແນກຍຸຕິທໍາແຂວງ ແລະ ກ່າວຮັບໂດຍ ທ່ານ ໄຊຍະສັກ ແກ້ວມະນີວົງ ຮອງຫົວໜ້າກົມກວດກາ ກະຊວງຍຸຕິທຳ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວຽກງານໄລຍະລົງຮາກຖານຢູ່ແຂວງ ຫົວພັນ, ໃນໂອກາດນີ້ ທ່ານ ໄຊຍະສັກ ແກ້ວມະນີວົງ ກໍ່ໄດ້ມອບ ຊຸດກິລາ ຈຳນວນ 37 ຊຸດ ລວມມູນຄ່າ 4 ລ້ານກວ່າກີບ ໃຫ້ແກ່ພະແນກຍຸຕິທຳແຂວງຫົວພັນ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານກິລາຂອງພະແນກຕື່ມອີກ.

ຕອນທ້າຍຂອງພິທີທ່ານປະທານໄດ້ໃຫ້ກຽດໂອລົມ ກ່ອນອື່ນກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງ ທ່ານ ໄຊຍະສັກ ແກ້ວມະນີວົງ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນໍາພາ ເຄື່ອນໄຫວວຽກງານ ແລະ ໄດ້ໃກ້ສິດຕິດແທດແຕ່ລະຂະແໜງໃຫ້ຈັດຕັ້ງປະຕິບັດວຽກງານຖືກຕ້ອງ ແລະ ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ. ໂດຍສະເພາະແມ່ນແບບແຜນໃນການເຄື່ອນໄຫວວຽກງານຂອງແຕ່ລະຂະແໜງການ ທີ່ຕິດພັນກັບການລົງເຄື່ອນໄຫວວຽກງານຢູ່ຮາກຖານ ໃຫ້ໄດ້ປະລິມານ ແລະ ມີຄຸນະພາບສູງຂື້ນເທື່ອລະກ້າວ.

ຂຽນຂ່າວ ແລະ ຖ່າຍພາບ ພວງເພັດ ເພັດຍາວົງ