ໃນຕອນເຊົ້າເວລາ 9:00 ຂອງວັນທີ 11 ພຶດສະພາ 2018 ໜ່ວຍພັກດ່ານສາກົນນ້ຳໂສຍ ໄດ້ຈັດພິທີຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຄັ້ງທີ Iປະຈຳປີ 2017 ຕາມມະຕິຕົກລົງສະບັບເລກທີ 53/ ຄປຈຂ.ຫພລົງວັນທີ 25 / 01 / 2018 ຂື້ນທິຫ້ອງປະຊຸມດ່ານສາກົນນ້ຳໂສຍ-ນາແມວ,ພິທີດັ່ງກ່າວໄດ້ຮັບກຽດເປັນປະທານພິທີໂດຍ ສະຫາຍ ນ. ແພງ ກັນຍາພີມ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳຂົງເຂດວຽກງານປົກຄອງ ຊື່ງກອງປະຊຸມດັ່ງກ່າວ ໄດ້ມີຜູ້ເຂົ້າຮ່ວມທັງໝົດ 20 ສະຫາຍ, ຍີງ 4ສະຫາຍແລະ ຍັງໄດ້ເຊີນເອົາບັນດາໜ່ວຍພັກທີ່ຂື້ນກັບຄະພັກຮາກຖານຫ້ອງວ່າການປົກຄອງແຂວງ ແລະ 3 ດ່ານທ້ອງຖິ່ນຂື້ນກັບເຂົ້າຮ່ວມນຳ. ໜ່ວຍພັກດ່ານສາກນນ້ຳໂສຍ-ນາແມວ ເປັນໜ່ວຍພັກໜຶ່ງທີ່ຂື້ນກັບການຊີ້ນຳ-ນຳພາຂອງຄະນະພັກຮາກຖານຫ້ອງວ່າການປົກຄອງແຂວງ ມີໜ້າພາລະບົດບາດ, ສິດ, ໜ້າທີ່ ເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງ ແລະ ມີຄວາມຮັບຜິດຊອບໃນການສຶກສາອົບຮົມການເມືອງ-ແນວຄິດ, ຊີ້ນຳວຽກງານວິຊາສະເພາະ ແລະ ກໍ່ສ້າງພະນັກງານ, ຕາມຂະແໜງການທີ່ຂື້ນກັບໜ່ວຍພັກດ່ານສາກນນ້ຳໂສຍ-ນາແມວ.
ຕາງໜ້າໜ່ວຍພັກ ໂດຍສະຫາຍ ພູເງິນ ອິນທະວົງ ເລຂາໜ່ວຍພັກ ດ່ານສາກົນນ້ຳໂສຍ-ນາແມວ, ໄດ້ຂື້ນຜ່ານຮ່າງບົດສະຫຼຸບການຊີ້ນຳນຳພາຂອງໜ່ວຍພັກປະຈຳປີ 2017 ແລະ ວາງທິດທາງແຜນການ ໃນການຊີ້ນຳ-ນຳພາກວຽກງານຂອງໜ່ວຍພັກໃນປີ 2018 ຊື່ງບົດສະຫຼຸບໄດ້ຕີລາຄາ 4 ດ້ານ – 5 ເນື້ອໃນ ແລະ ຍົກໃຫ້ເຫັນບັນດາຈຸດດີຜົນງານ, ບັນດາຂໍ້ຫຍຸ້ງຍາກໃນໄລຍະຜ່ານມາ ເພື່ອພ້ອມກັນຊອກຫາສາເຫດ ແລະ ວິທີການແກ້ໄຂໃນຕໍ່ໜ້າ ໃຫ້ນັບມື້ດີຂື້ນ ແລະ ຫັນເຂົ້າສູ່ທັນສະໄໝເທື່ອລະກ້າວ.
ຕອນທ້າຍ ສະຫາຍ ນ. ແພງ ກັນຍາພິມ ຂອງເລຂາພັກແຂວງ, ຮອງເຈົ້າແຂວງ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເຊີ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ ແລະ ສະມາຊິກພັກຕ້ອງເອົາໃຈໃສ່ບາງເນື້ອໃນຈິດໃຈດັ່ງນີ້: 1). ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານເປັນກົກ ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ເປັນຜູ້ສຶບຖອດພາລະກິດຂອງພັກ (ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ) ເຮັດແນວໃດໃຫ້ຄົນລຸ້ນໜຸ່ມຮັບຮູ້ເຊື່ອມຊືມ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເພື່ອຈະເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີທັດສະນະຄຸນສົມບັດສິນທຳປະຕິວັດທີ່ດີ, ມີຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງໄດ້ຮັບມອບໝາຍ ແລະ ຄວາມຮັບຜິດຊອບສູງຕໍ່ສ່ວນລວມ. 2). ເປັນເຈົ້າການໃນການສ້າງສາຍພົວພັນການຮ່ວມມືລະຫວ່າງສອງຊາດເຂດຊາຍແດນ, ຕິດຕາມກວດກາການເຂົ້າ-ອອກຂອງພົນລະເມືອງ, ສິນຄ້າ, ວັດສະດຸ-ອຸປະກອນ ນໍາເຂົ້າສົ່ງອອກໃຫ້ເຂັ້ມງວດ ຕາມລະບຽບການ.