loader image

ພິ​ທີ​ພົບ​ປະ​ ແລກ​ປ່ຽນ​ບົດ​ຮຽນ ວຽກ​ງານ​ຫ້ອງວ່າ​ການ ລະ​ຫວ່າງ ຫ້ອງວ່າ​ການ​ປົກ​ຄອງ​ແຂວງ​ຫົວ​ພັນ ແລະ ຫ້ອງວ່າ​ການ​ປົກ​ຄອງ​ແຂວງ​ຊຽງ​ຂວາງ

ການເຄື່ອນໄຫວ

ໃນລະຫວ່າງວັນທີ 14-16 ພຶດສະພາ 2015 ຫ້ອງວ່າການປົກຄອງແຂວງ ຫົວພັນ ໄດ້ຕ້ອນຮັບ ຄະນະຜູ້ແທນ ຫ້ອງວ່າການປົກຄອງ ແຂວງ ຊຽງຂວາງ ທີ່ໄດ້ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ຫົວພັນ ນຳໂດຍທ່ານວົງສາ ດວງທອງລາ ຄະນະບໍລິຫານງານ ພັກແຂວງ ຊຽງຂວາງ ພ້ອມດ້ວຍທີມງານ ທັງໝົດ 23 ທ່ານ, ຊື່ງພີທີພົບປະ ແລກປ່ຽນບົດຮຽນວຽກງານ ຫ້ອງວ່າການ ລະຫວ່າງ ຫ້ອງວ່າການປົກຄອງ ສອງແຂວງ ຈັດຂື້ນໃນເວລາ 08:30 ຂອງວັນທີ 15 ພຶດສະພາ 2015 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຫ້ອງວ່າການປົກຄອງ ແຂວງ ຫົວພັນ, ທ່ານພູວົງ ສີສົມຮັກ ຫົວໜ້າຫ້ອງວ່າການ ປົກຄອງແຂວງ ຫົວພັນ ພ້ອມດ້ວຍຄະນະ ຫ້ອງວ່າການ ຕະຫຼອດຮອດ ພະນັກງານລັດຖະກອນ ພາຍໃນຫ້ອງວ່າການ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ຮຽງໜ້າ ແລະ ທ່ານພູວົງ ສີສົມຮັກ ໄດ້ມີຄຳເຫັນ ສະແດງຄວາມຕ້ອນຮັບ ແບບສະໜິດ ສະໜົມ ຮັກແພງ, ຊົມເຊີຍຕໍ່ຄວາມພະຍາຍາມ ຂອງຫ້ອງວ່າການປົກຄອງ ແຂວງ ຊຽງຂວາງ ພ້ອມທັງລາຍງານໂດຍຫຍໍ້ ບາງສະພາບການຂອງແຂວງ ໃຫ້ຄະນະຜູ້ແທນຂອງຫ້ອງວ່າການແຂວງ ຊຽງຂວາງ ໄດ້ຮັບຊາບ ຈາກນັ້ນທັງສອງຄະນະ ກໍ່ໄດ້ຕັ້ງຄຳຖາມເພື່ອແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນຢ່າງ ມີບັນຍາກາດຟົດຟື້ນ ພິທີດັ່ງກ່າວ ໄດ້ດຳເນີນໄປເປັນວ່າລາ 1 ຕອນ, ນະໂອກາດ ທີ່ຫ້ອງວ່າການປົກຄອງແຂວງ ຊຽງຂວາງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫົວພັນ ຍັງໄດ້ມີໂອກາດໄປຢ້ຽມຢາມ ບັນດາຖ້ຳຂອງທ່ານຜູ້ນຳ ທີ່ແສນເຄົາລົບຮັກ ຢູ່ທີ່ເມືອງວຽງໄຊ ແລະ ໃນຕອນແລງ ຂອງວັນດັ່ງກ່າວ ທັງສອງຄະນະ ຍັງໄດ້ພົບປະແລກປ່ຽນ ດ້ານກິລາ-ວັນນະຄະດີ ຮ່ວມກັນ ເພື່ອເປັນການຫັດແໜ້ນ ຄວາມສາມັກຄີ ລະຫວ່າງ ແຂວງຫົວພັນ ແລະ ແຂວງຊຽງຂວາງ.

ພິທີມອບຂອງທີ່ລະນຶກ

ພິທີພົບປະແລກປ່ຽນດ້ານກິລາບານເຕະ