ພິທີປະກາດການຈັດຕັ້ງ ແລະ ຊັບຊ້ອນພະນັກງານພາຍໃນພະແນກຍຸຕິທຳແຂວງ

ການເຄື່ອນໄຫວ, ພະແນກ ຍຸດຕິທຳ

ໃນວັນທີ 22 ກັນຍາ 2023 ນີ້, ພະແນກຍຸຕິທຳແຂວງຫົວພັນ ໄດ້ປະກາດການຈັດຕັ້ງ ແລະ ຊັບຊ້ອນພະນັກງານພາຍໃນພະແນກຍຸຕິທຳ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ ມີບັນດາທ່ານຄະນະນຳພະແນກ, ຜູ້ຕາງໜ້າຈາກພະແນກພາຍໃນ, ຄະນະຈັດຕັ້ງແຂວງ,ກວດກາພັກ-ລັດແຂວງ ແລະ ພະນັກງານ-ລັດຖະກອນຂອງພະແນກເຂົ້າຮ່ວມຢູ່ພ້ອມພຽງ.

ກອງປະຊຸມທ່ານ ພວງແກ້ວ ລັດຖະມີໄຊ ຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະ ກວດກາກໍ່ໄດ້ຜ່ານແຈ້ງການສະບັບເລກທີ 1188/ກຍ, ລົງວັນທີ 1 ກັນຍາ 2022 ວ່າດ້ວຍການກຳນົດໂຄງປະກອບກົງຈັກການຈັດຕັ້ງຂັ້ນທ້ອງຖິ່ນ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງພະແນກຍຸຕິທຳ, ນະຄອນຫຼວງ, ຫ້ອງການຍຸຕິທຳເມືອງ, ນະຄອນ, ຂໍ້ຕົກລົງສະບັບເລກທີ 396/ພຍທ.ຫພ, ລົງວັນທີ 13 ກັນຍາ 2023 ວ່າດ້ວຍການປັບປຸງກົງຈັກ ແລະ ຊັບຊ້ອນພະນັກງານພະແນກຍຸຕິທຳແຂວງຫົວພັນ ເພື່ອປະກອບເຂົ້າຮັບຜິດຊອບວຽກງານຕ່າງໆຢູ່ໃນແຕ່ລະຂະແໜງການພາຍໃນພະແນກຕາມການຍຸບ ແລະ ໂຮມເຂົ້າກັນບາງຂະແໜງ ຄືຈາກ 8 ຂະແໜງການມາເປັນ 5 ຂແໜງການເປັນຕົ້ນ: ຂະແໜງ ບໍລິຫານ, ຈັດຕັ້ງ ແລະ ກວດກາ, ຂະແໜງ ກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ, ຂະແໜງ ສົ່ງເສີມວຽກງານຍຸຕິທຳ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂະແໜງ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ຂະແໜງ ທະບຽນສານ. ທັງນີ້ກໍ່ເພື່ອໃຫ້ມັນຖືກຕ້ອງຕາມການຈັດຕັ້ງປະຕິບັດສິດ, ພາລະບົດບາດ ແລະ ໜ້າທີ່ຂອງຂະແໜງການຍຸຕິທຳໃຫ້ມັນເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ຕອນທ້າຍຂອງກອງປະຊຸມທ່ານຮອງເຈົ້າແຂວງຫົວພັນກໍ່ໄດ້ໃຫ້ກຽດໂອລົມ ຊື່ງກ່ອນອື່ນກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະນຳຂອງພະແນກທີ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດ, ເຮັດໃຫ້ພະນັກງານ-ລັດຖະກອນພາຍໃນພະແນກມີແນວຄິດອູຸ່ນອ່ຽງທຸນທ່ຽງ, ເຊື້ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກເຮັດໃຫ້ການຈັດປະຕິບັດວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສຳເລັດ.