ພະແນກແຜນການ ແລະ ການລົງທຶນ ແຂວງຫຫົວພັນ ສຳເລັດກອງປະຊຸມຮ່ວມຊີວິດພະແນກ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ແລະ ເຊື່ອມຊື່ມເອກະສານສຳຄັນຂອງພັກ-ລັດ ແລະ ສາກົນ

ການເຄື່ອນໄຫວ, ພະແນກ ແຜນການ ແລະ ການລົງທຶນ

ໃນຕອນບ່າຍ ເວລາ 1:30 ໂມງຂອງວັນທີ 29 ມິຖຸນາ 2023, ຢູ່ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນ ແຂວງຫຫົວພັນ ສຳເລັດກອງປະຊຸມຮ່ວມຊີວິດພະແນກ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ແລະ ເຊື່ອມຊື່ມເອກະສານສຳຄັນຂອງພັກ-ລັດ ແລະ ສາກົນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄອນທອງ ມະນີວອນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແລະ ມີຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມທັງພະນັກງານ-ລັດຖຖະກອນພາຍໃນພະແນກ ເຂົ້າຮ່ວມທັັງໝົດ 42 ທ່ານ, ຍິງ 13 ທ່ານ. ກອງປະຊຸມໃນຄັ້ງນີ້ຍັງໄດ້ເຊື່ອມຊື່ມເອກະສານສຳຄັນຂອງພັກ-ລັດ ແລະ ສາກົນຄື: ປາຖະກະຖາວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909-13 ກໍລະກົດ 2023, ປາຖະກະຖາວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 46 ປີ (18 ກໍລະກົດ 1977-19 ກໍລະກົດ 2023 ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 61 ປີ (5 ກັນຍາ 1962-5 ກັນຍາ 2023) ແລະ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023 ພ້ອມທັງຮ່ວມຊີວິດພະແນກ ພະນັກງານ-ລັດຖະກອນທັງໝົດພາຍໃນພະແນກ ໄດ້ພ້ອມປະກອບຄຳຄິດ ຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາພ້ອມທັງຕຳນິສົ່ງຂ່າວ ເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ.