ໃນຕອນເຊົ້າເວລາ 9:00 ໂມງຂອງວັນທີ 05 ກໍລະກົດ 2023 ພະແນກແຜນການ ແລະ ການລົງທຶນ ໄດ້ສຳເລັດການຈັດພິທີປະກາດພະນັກງານ-ລັດຖະກອນ ຮັບອຸດໜູນບຳນານ, ພາຍໃຕ້ການເປັນປະທານຂອງ ທ່ານ ຄອນທອງ ມະນີວອນ ກຳມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນ, ເຊິ່ງຍັງມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ ແລະ ຕາງໜ້າຈາກພະແນກພາຍໃນແຂວງເຂົ້າຮ່ວມ, ພ້ອມນີ້ຍັງມີຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 17 ທ່ານ. ເຊິ່ງພິທີດັ່ງກ່າວນີ້ໄດ້ປະກາດຮັບອຸດໜູນບຳນານໃຫ້ແກ່ ທ່ານ ພົມມີ ບຸນມີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ໂດຍທ່ານໄດ້ຜ່ານການປະຕິບັດໜ້າທີອັນສຳຄັນ ແລະ ມີກຽດມາເປັນເວລາ 40 ປີ.