ພະແນກແຜນການ ແລະ ການລົງທຶນ ແຂວງ ຫົວພັນ ສຳເລັດການຝຶກອົບຮົມ ແນະນຳ, ຊຸກຍູ້, ວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2023 ໃຫ້ແກ່ຫ້ອງການ ແຜນການ ແລະ ການລົງທຶນເມືອງ 10 ເມືອງທົ່ວແຂວງ ຫົວພັນ

ການເຄື່ອນໄຫວ, ພະແນກ ແຜນການ ແລະ ການລົງທຶນ

ພະແນກແຜນການ ແລະ ການລົງທຶນ ແຂວງ ຫົວພັນ ສຳເລັດການຝຶກອົບຮົມ ແນະນຳ, ຊຸກຍູ້, ວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2023 ໃຫ້ແກ່ຫ້ອງການ ແຜນການ ແລະ ການລົງທຶນເມືອງ 10 ເມືອງທົ່ວແຂວງ ຫົວພັນ, ໃນວັນທີ 02 ມິຖຸນາ 2023 ເຊິ່ງເປັນກຽດລົງຊຸກຍູ້ໃນຄັ້ງນີ້ໂດຍທ່ານ ຄອນທອງ ມະນີວອນ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານຮອງຫົວໜ້າພະແນກ.
ການຈັດຝືກອົບຮົມ ແນະນຳ, ຊຸກຍູ້, ວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2023 ຍັງເປັນກຽດເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມໃນຄັ້ງນີ້ຍັງມີບັນດາທ່ານ ເຈົ້າເມືອງທັງ 10 ເມືອງ, ພ້ອມນີ້ຍັງມີບັນດາທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ວິຊາການຂັ້ນເມືອງເຂົ້າຮ່ວມ ກອງປະຊຸມວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2023, ເຊິ່ງເນື້ອໃນການຝືກອົບຮົບໃນຄັ້ງນີ້ມີດັ່ງນີ້:
❶ ຂະແໜງແຜນການ: ແນະນຳກ່ຽວກັບວຽກງານການສະຫຼຸບ ແລະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງການລົງທຶນຂອງລັດ,
❷ ຂະແໜງຮ່ວມມືສາກົນ: ແນະນຳ ການຄຸ້ມຄອງ, ຊຸກຍູ້ດຕິດຕາມບັນດາໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ ຊກພ (ODA),
❸ ຂະແໜງສົ່ງເສີມ: ແນະນຳສະເໜີ ວຽກງານສົ່ງເສີມການ ລົງທຶນທັງ ພາຍໃນ ແລະ ຕ່າງປະເທດ ແລະ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍນະໂຍບາຍສົ່ງເສີມ ການປູກ-ການລ້ຽງ ເປັນສິນຄ້າຢູ່ແຂວງຫົວພັນ,
❹ ຂະແໜງປະເມີນຜົນ: ແນະນຳການປະກອບເອກະສານໂຄງການລົງທຶນຂອງລັດສຳລັບຂັ້້ນເມືອງ,
❺ ຂະແໜງສະຖິຕິ: ນຳສະເໜີວຽກງານສະຖິຕິຕໍ່ແຜນພັດທະນາເສດຖະກິດ-ສັງຄົມ,
❻ ຂະແໜງກວດກາ: ແນະນຳກ່ຽວກັບວຽກງານກວດກາ.
ຕໍ່ກັບການລົງຊຸກຍູ້, ແນະນຳ ບັນດາວຽກງານດັ່ງກ່າວ ກໍ່ເພື່ອເຮັດໃຫ້ ວິຊາການ ແລະ ຜູ້ຮັບຜິດຊອບວຽກງານ ແຜນການ ແລະ ການລົງທຶນ ຢູ່ຂັ້ນເມືອງ ແລະ ແຂວງໄດ້ມີຄວາມຮັບຮູ້, ເຂົ້າໃຈເປັນເອກະພາບ ແລະ ນຳໄປຈັດຕັ້ງປະຕິບັດ ໃນທິທາງດຽວກັນ, ພ້ອມກັນຈັດຕັ້ງປະຕິບັດຕາມສິດ ແລະ ພາລະບົດບາດ ຂອງຕົນ ພ້ອມກັນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ຂອງບັນດາເມືອງ, ແຂວງໃຫ້ນັບມື້ມີບາດກ້າວຂະຫຍາຍຕົວຂື້ນເລື້ອຍໆ.