ພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ໄດ້ສຳເລັດການຈັດກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023, ຂື້ນໃນເວລາ 8:00 ໂມງ ຂອງວັນທີ 27 ມີນາ 2023 ທີ່ຫ້ອງປະຊຸມໃຫ່ຍຂອງພະແນກແຜນການ ແລະ ການລົງທຶນ, ໂດຍເປັນກຽດໃນການເປັນປະທານຂອງທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຫົວພັນ, ເຊິ່ງຍັງມີບັນດາທ່ານຄະນະປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ບັນດາທ່ານກຳມະການພັກແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ 10 ເມືອງ, ທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ອົງການທຽບເທົ່າ, ຫົວໜ້າກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ມີບັນດາທ່ານອຳນວຍການລັດວິສາຫະກິດ, ອຳນວຍການທະນາຄານ, ມີທ່ານຫົວໜ້າຫ້ອງການແຜນການ ແລະ ການລົງທຶນ 10 ເມືອງ ແລະ ພ້ອມດ້ວຍວິຊາການຈາກບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດຈຳນວນ 159 ທ່ານ, ຍິງ 42 ທ່ານ, ເຊິ່ງກອງປະຊຸມໃນຄັ້ງນີ້ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມໃນຄັ້ງນີ້ຈາກທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຫົວພັນ ນຳອີກດ້ວຍ