ພະແນກແຜນການ ແລະ ການລົງທຶນ ໄດ້ຈັດພິທີປາຖະກະຖາ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິບັດລາວ ຄົບຮອບ 68 ປີ

ການເຄື່ອນໄຫວ, ພະແນກ ແຜນການ ແລະ ການລົງທຶນ

ໃນຕອນເຊົ້າເວລາ 8:00 ໂມງ ຂອງວັນທີ 05 ເມສາ 2023 ທີ່ຫ້ອງປະຊຸມໃຫ່ຍ ພະແນກແຜນການ ແລະ ການລົງທຶນ ໄດ້ຈັດພິທີປາຖະກະຖາ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິບັດລາວ ຄົບຮອບ 68 ປີ (22 ມີນາ 1955 – 22 ມີນາ 2023) ແລະ ເອກະສານສຳຄັນຂອງພັກ ແລະ ຂອງຊາດ ຄື: ປາຖະກາຖາ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະລະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ (21/3/1946-21/3/2023) ແລະ ປາຖະກາຖາ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 41 ປີ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວແຂວງຫົວພັນ ປະຈໍາປີ 2022, ພາຍໃຕ້ການເປັນປະທານພິທີຂອງ ສະຫາຍ ຄອນທອງ ມະນີວອນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າ ພຜທ ແລະ ຍັງມີຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມທັງພະນັກງານ-ລັດຖະກອນພາຍໃນ ພະແນກເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 10 ສະຫາຍ