ພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ໄດ້ສຳເລັດການຈັດພິທີປະຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ

ການເຄື່ອນໄຫວ, ພະແນກ ແຜນການ ແລະ ການລົງທຶນ

ໃນຕອນເຊົ້າວັນທີ 09 ພຶດສະພາ 2023, ພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ໄດ້ສຳເລັດການຈັດພິທີປະຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວສ້າງຊາດ ຄົບຮອບ 63 ປີ, ພ້ອມທັງຍັງໄດ້ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຕິດຕາມ, ກວດກາເລີ່ມແຕ່ຫົວທີເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຂອງຂະແໜງແຜນການ ແລະ ການລົງທຶນ ສະບັບເລກທີ 0553/ກຜທ, ລົງວັນທີ 09 ມີນາ 2023, ພາຍໃຕ້ການເປັນປະທານພິທີຂອງທ່ານ ຄອນທອງ ມະນີວອນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແລະ ມີຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມທັງພະນັກງານ-ລັດຖຖະກອນພາຍໃນພະແນກ ເຂົ້າຮ່ວມທັັງໝົດ 37 ທ່ານ, ຍິງ 15 ທ່ານ.
ພາຍຫຼັງສຳເລັດພິທີປະຖະກະຖາຍັງໄດ້ສຶບຕໍ່ພິທີມອບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນໄລຍະ 5 ປີ (2016-2020) ຂອງຂະຂວນການແຂ່ງຂັນ ຮັກຊາດ, ສ້າງບ້ານພັດທະນາ, ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກໃນທົ່ວແຂວງ ຫົວພັນ ໃຫ້ແກ່ພະນັັກງານລັດຖະກອນພາຍໃນພະແນກ ຈຳນວນ 37 ທ່ານ, ຍິງ 19 ທ່ານ, ເຊິ່ງເປັນກຽດມອບໂດຍ ທ່ານ ຄອນທອງ ມະນີວອນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກແຜນການ ແລະ ການລົງທຶນ.