ວັນທີ 31 ສິງຫາ 2023 ນີ້ ພະແນກຊັບພະຍາກອນ ທຳມະຊາດ ແລະ ສີ່ງແວດລ້ອມແຂວງໄດ້ສຳເລັດ ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງງານຂອງຕົນໃນໄລຍະກາງສະໄໝ ປີ2021-2023 ແລະ ສະຫຼຸບ 6 ເດືອນ ຕົ້ນປີ2023 ພ້ອມທັງວາງທິດທາງແຜນການທ້າຍສະ ໄໝ 2023-2025 ແລະ ທິດທາງ 6 ເດືອນທ້າຍປີ2023 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທືນແຂວງ ໂດຍການເປັນກຽດເຂົ້າ ຮ່ວມ ຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ , ເປັນປະທານຂອງທ່ານ ສໍສະຫວັນ ບານຄຳມີ ຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສີ່ງແວດລ້ອມແຂວງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການ, ການນຳ 10 ເມືອງ, ຜູ້ຕາງໜ້າສະພາປະຊາ ຊົນແຂວງ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ຄະນະນຳພະແນກ,ຫ້ອງການ ຊສ 10 ເມືອງ ຂະແໜງການ ພ້ອມດ້ວຍພະນັກງານ – ລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງງານຂອງຕົນໃນໄລຍະກາງສະໄໝ ປີ2021-2023 ເຊີ່ງໄດ້ຕີລາຄາການເຄື່ອນ ໄຫວຊີ້ນໍາ – ນໍາພາຂອງຄະນະພັກ, ຄະນະນໍາພະແນກໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ໃນນີ້ໄດ້ດຳເນີນສຳຫຼວດວັດແທກ, ຂື້ນທະບຽນອອກໃບຕາດິນໄດ້ 14 ພັນ 824 ຕອນ ເທົ່າກັບ 47,82%, ຂອງແຜນການ 5 ປີ,ເຊັນໃບຕາດິນ ໃນຂອບເຂດທົ່ວແຂວງໄດ້ 9 ພັນ 687 ຕອນ ເທົ່າກັບ 35,22%, ບັນທຶກສໍາມະໂນຕາດິນ ເຂົ້າໃນລະບົບທັນສະໄໝໄດ້ 13 ພັນ 145ຕອນ, ລົງຊຸກຍູ້, ຕິດຕາມກວດກາ ເນື້ອທີ່ດິນເຊົ່າສຳປະທານຂອງບໍລິສັດທີ່ອະນຸຍາດໄປແລ້ວ ໄດ້ 14 ຫົວໜ່ວຍ, ຕິດຕາມ, ກວດກາແຜນຄຸ້ມຄອງສີ່ງແວດລ້ອມ ແລະ ສັງຄົມທັງພາຍໃນ ແລະ ຕ່າງປະເທດໄດ້ 11 ໂຄງການ, ສຳລັບ 6 ເດືອນຕົ້ນປີ 2023ໄດ້ອອກໃບຕາດິນ 1 ພັນ 950 ຕອນ ເທົ່າກັບ 10,04% ຂອງແຜນການປີ, ສຳຫຼວດ, ວັດແທກຂື້ນທະບຽນຕອນດິນໃນທົ່ວແຂວງໄດ້ 2 ພັນ 759 ຕອນ ເທົ່າກັບ 14,20% ຄຽງຄູ່ກັນນີ້ກໍຍັງມີບາງຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າເປັນຕົ້ນ: ການຂື້ນທະບຽນອອກໃບຕາດິນບໍ່ບັນລຸຕາມແຜນການປີເນື່ອງຈາກວ່າ: ແຂວງຫົວພັນເປັນເຂດພູດອຍ, ເສັ້ນທາງໄປມາບໍ່ສະດວກທຽວໄດ້ລະດູດຽວ ເຮັດໃຫ້ພະນັກງານທີ່ໄປເຮັດວຽກຢູ່ພາກສະໜາມພົບຄວາມຫຍຸ້ງຍາກ, ພາ ຫະນະ ແລະ ອຸປະກອນຮັບໃຊ້ເຂົ້າໃນການສຳຫຼວດວັດແທກທີ່ດິນຍັງມີຈຳກັດ, ປະຊາຊົນໃນເຂດຊົນນະບົດ ຍັງບໍ່ທັນເຫັນຄວາມສຳຄັນຂອງໃບຕາດິນ ແລະ ອື່ນໆ, ສຳລັບທິດທາງແຜນການທ້າຍສະໄໝ ແຕ່ນີ້ ເຖິງປີ 2025 ຈະສືບຕໍ່ຂື້ນທະບຽນອອກໃບຕາດິນໃຫ້ໄດ້ 28 ພັນ 751 ຕອນ, ເຊັນໃບຕາດິນໃຫ້ໄດ້ 23 ພັນ 553 ຕອນ, ບັນທຶກສຳມະໂນຕາດິນເຂົ້າລະບົບທັນສະ ໄໝໃຫ້ໄດ້ 30 ພັນ 430 ຕອນ ໃນນີ້ ແຜນ ການ 6 ເດືອນທ້າຍປີ 2023 ຈະສືບຕໍ່ອອກໃບຕາດິນທົ່ວແຂວງໃຫ້ໄດ້ 17 ພັນ 480 ຕອນ, ສຳຫຼວດ, ວັດແທກຕອນດິນໃຫ້ໄດ້ 16 ພັນ 671 ຕອນ, ສ້າງເທດສະບານເມືອງຊຳເໜືອ ແລະ ເມືອງວຽງໄຊໃຫ້ເປັນເມືອງຂຽວສະອາດງາມຕາ,ຕິດຕາມກວດກາຄຸນນະພາບນ້ຳໜ້າດິນ ແລະ ນ້ຳຕາມສາຍຫຼັກ, ນ້ຳສາຂາຕ່າງໆໃຫ້ໄດ້ 26 ຈຸດ ດັ່ງຄຳຂວັນທີ່ວ່າ:ເຮັດໃຫ້ດີ ເຮັດໃຫ້ໄວ ເຮັດໃຫ້ໄດ້ຫຼາຍ ເຮັດໃຫ້ຖືກຕ້ອງຕາມກົດໝາຍ;
ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນນຳກັນເປັນຕົ້ນ: ການຈັບຈອງ, ບຸກລຸກ ແລະ ຊື້ຂາຍສິດນຳໃຊ້ທີ່ດິນບໍ່ຖືກຕ້ອງຕາມລະບຽບການ, ການປະເມີນຄືນການຈັດຕັ້ງປະຕິບັດ ຊົດເຊີຍຜົນກະທົບຂອງໂຄງການລົງທືນ ໂດຍອິງໃສຄູ່ມືແນະນຳຂອງເຈົ້າແຂວງສະບັບເລກທີ 109 ລົງວັນທີ 4 ພຶດສະພາ 2022, ການກວດກາສີ່ງແວດລ້ອມຂອງໂຄງການລົງທຶນຕ່າງໆ ແລ້ວເປັນເອກະພາບໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປປັບປຸງແກ້ໄຂ ແນໃສ່ເຮັດໃຫ້ວຽກ ງານຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນັບມື້ມີບາດກ້າວຂະຫຍາຍຕົວດີຂື້ນ.