ເພື່ອເຮັດໃຫ້ວຽກງານຂື້ນທະບຽນ ອອກໃບຕາດິນ ມີຄວາມສະດວກທັນເວລາ ແລະ ໄດ້ຮັບຜົນສຳເລັດ ໃນຕອນບ່າຍວັນທີ 29 ມີຖຸນາ 2023 ຜ່ານມານີ້ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແຂວງ ຫົວພັນ ໄດ້ຈັດພິທີການມອບ – ຮັບ ພະຫະນະ ປະເພດລົດ ຈັກ ຍີ່ຫຍໍ້ (Suzuki New Smah) ເພື່່ອຮັບໃຊ້ເຂົ້າໃນວຽກງານ ຂອງໂຄງການສ້າງຄວາມເຂັ້ມແຂງ ໃນການຂື້ນທະບຽນ ອອກໃບຕາດິນ ຢ່າງເປັນລະບົບ ຈຳນວນ 2 ໜ່ວຍງານ ໃຫ້ແກ່ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມ ເມືອງ ຊຳເໜືອ ແລະ ເມືອງ ວຽງໄຊ ແຂວງ ຫົວພັນ ຈຳນວນ 24 ຄັນ ພາຍໃຕ້ການເປັນປະທານ ຂອງທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊສ ແຂວງ ຫົວພັນ ,ມີບັນດາທ່ານ ຫົວໜ້າ, ຮອງຫ້ອງການ ຊສ ເມືອງ ຊຳເໜືອ ແລະ ເມືອງ ວຽງໄຊ ພ້ອມດ້ວຍຫົວ ໜ້າ,ຮອງຂະແຫນງການກ່ຽວຂ້ອງ ພຊສ ຕະຫຼອດຮອດພະນັກງານວິຊາ ການ 2 ເມືອງ ເຂົ້າຮ່ວມເປັນສັກຂີພິຍານນຳ.