ຜ່ານຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025)

ການເຄື່ອນໄຫວ, ສະພາປະຊາຊົນແຂວງຫົວພັນ

ວາລະຕອນແລງ ທ່ານ ສົມສັກ ດອນຈານິດ ກຳມະການພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ ຕາງໜ້າ ຄະນະປະຈຳ ສພຂ ໄດ້ຂຶ້ນຜ່ານຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025),ວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2023 ຂອງສະພາປະຊາຊົນ ແຂວງຫົວພັນ.
ຈາກນັ້ນ, ບັນດາທ່ານ ສະມາຊິກສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ຂຶ້ນມີຄຳເຫັນ ແລະ ຄຳຊັກຖາມ ຕໍ່ກັບຮ່າງບົດລາຍງານ ເຊັ່ນ ການລົງພົບປະປະຊາຊົນ ໂດຍສະເພາະ ບ້ານທີ່ຢູ່ຫ່າງໄກ ສອກຫຼີກບໍໍ່ບັນລຸຕາມເປົ້າໝາຍທີ່ວາງໄວ້, ການເຜີຍແຜ່ກົດໝາຍຍັງເຮັດໄດ້ໜ້ອຍ ພ້ອມດຽວກັນນີ້, ທ່ານ ສົມສັກ ດອນຈານິດ ກຳມະການພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ ຕາງໜ້າ ຄະນະປະຈຳ ສພຂ ໄດ້ຂຶ້ນຊີ້ແຈງ ຕໍ່ກັບຄຳຄິດເຫັນ ແລະ ຄຳຊັກຖາມດັ່ງກ່າວ ຂອງບັນດາທ່ານຜູ້ແທນອີກດ້ວຍ.