loader image

ປະ​ທານ​ແນວ​ໂຮມ​ແຫ່ງ​ຊາດ ແຂວງ​ແທງ​ຮ​ວ່າ ສ​ສ ຫວຽດ​ນາມ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ຫົວ​ພັນ

ການເຄື່ອນໄຫວ

ໃນຕອນແລງຂອງວັນທີ 7 / 4 / 2015 ຢູ່ທີ່ຫ້ອງຮັບແຂກຊັ້ນ 2 ຂອງຫ້ອງວ່າການປົກຄອງແຂວງຫົວພັນ, ທ່ານ ຫວຽນ ວັນຕວນ ຄະນະປະຈຳພັກແຂວງ, ປະທານແນວໂຮມແຫ່ງຊາດ ແຂວງແທັງຮວ່າ ສສ ຫວຽດນາມ  ພ້ອມດ້ວຍຄະນະຈຳນວນ 18 ທ່ານ, ໄດ້ເຂົ້າພົບ ທ່ານເຈົ້າແຂວງຫົວພັນ ຈຸດປະສົງຂອງຄະນະດັ່ງກ່າວມາຄັ້ງນີ້ແມ່ນມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ ເພື່ອສືບຕໍ່ການຮ່ວມມືຮອບດ້ານລະຫວ່າງ 2 ຫ້ອງການແນວແຂວງຫົວພັນ-ແຂວງແທັງຮວ່າ, ພ້ອມກັນນັ້ນ ທ່ານ ເຈົ້າແຂວງຫົວພັນ ກໍ່ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍຫຍໍ້ຕໍ່ຄະນະແຂກໄດ້ຮັບຊາບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ ດ້ວຍຄວາມອົບອຸ່ນ ຈາກນັ້ນຄະນຜູ້ແທນຂັ້ນສູງ ຂອງແຂວງແທັງຮວ່າ ໄດ້ມອບຮູບພາບຂອງທີ່ລະນຶກໃຫ້ແກ່ແຂວງຫົວພັນ ແລະ ກ່າວຄຳອວຍພອນປີໃໝ່ລາວ ໃຫ້ແກ່ການນຳແຂວງຫົວພັນ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ, ສຶບຕໍ່ພັດທະນາແຂວງຫົວພັນ ໃຫ້ກ້າວໜ້າຂື້ນເລື້ອຍໆ ຂໍອວຍພອນໃຫ້ນ້ຳໃຈມິດຕະພາບ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ.