ໃນວັນທີ 6 ກັນຍາ 2023 ນີ້. ທ່ານ ນ.ອໍາໄພວອນ ລ້ອມບຸນແພງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫົວພັນ ໄດ້ລົງຕິດຕາມ-ຊຸກຍູ້ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ I ແຂວງຫົວພັນ ຢູ່ທີ່ສະໂມສອນເມືອງຊໍາເໜືອ ໂດຍມີທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ໄຊຍະສັກ ແກ້ວມະນີວົງ ຮອງຫົວໜ້າກົມກວດກາກະຊວງຍຸຕິທຳ (ພະນັກງານລົງຊຸກຍູ້ວຽກງານກໍ່ສ້າງຮາກຖານ), ມີຄະນະຮັບຜິດຊອບການຮຽນ-ການສອນ ແລະ ນັກຮຽນກົດໜາຍ ຊຸດທີI ແຂວງຫົວພັນເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວທ່ານ ນ. ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ໄດ້ລາຍງານສະພາບການຮຽນ-ການສອນ ຊື່ງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຢູ່ໃນການຈັດຕັ້ງການຮຽນ-ການສອນ. ຊຸດຮຽນກົດໝາຍຊັ້ນຕົ້ນຊຸດທີ I ຂອງແຂວງຫົວພັນ ລະບົບ 3 ເດືອນ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 9 ສິງຫາ 2023, ມີນັກຮຽນທັງໝົດ 44 ທ່ານ, ຍິງ 14 ທ່ານ ເຊິ່ງມາຈາກພະແນກການ, ອົງການທຽບເທົ່າອອ້ມຂ້າງແຂວງ 20 ທ່ານ, ມາຈາກກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 24 ທ່ານ, ປະກອບມີ 38 ວິຊາຮຽນ, ມີ 31,5 ໜ່ວຍກິດ, ມີ 441 ຊົ່ວໂມງ ຜ່ານການຮຽນ-ການສອນ ກົດໝາຍມາໃນໄລຍະ 1 ເດືອນແມ່ນໄດ້ຮຽນ ແລະ ສອບເສັງໄປແລ້ວ 14 ວິຊາ, ຍັງ 24 ວິຊາ. ຊຶ່ງອາຈານສອນທີ່ຖືກຮັບເຊີນມາຂຶ້ນຫ້ອງສອນໃນແຕ່ລະມື້ກໍໄດ້ສຸມສະຕິປັນຍາຂອງຕົນ ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນດ້ວຍຄວາມຈິງໃຈ ພ້ອມທັງຍົກເອົາບັນຫາຕ່າງໆທີເກີດຂື້ນມາແລກປ່ຽນບົດຮຽນນຳອາຈານສອນໃນທຸກຊົ່ວໂມງ ເຮັດໃຫ້ບັນຍາກາດການຮຽນ-ການສອນຟົດຟື້ນ ນອກນີ້ຍັງໄດ້ຍາດເວລານອກໂມງຮຽນເຄື່ອນໄຫວກິດຈະກຳເຊັ່ນ: ອອກແຮງງານລວມ, ຫຼີ້ນກິລາ.
ໃນໂອກາດນີ້ທ່ານ ນ.ອຳໄພວອນ ລ້ອມບຸນແພງ ປະທານສະພາປະຊາຊົນແຂວງ ກໍ່ໄດ້ໃຫ້ກຽດໂອລົມ ຊື່ງກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ ແລະ ນັກຮຽນ ທີ່ໄດ້ເອົາໃຈໃສຕັ້ງໜ້າໃນການຮ່ຳຮຽນ, ພ້ອມທັງເໜັ້ນໜັກໃຫ້ ຄະນະຮັບຜິດຊອບ ແລະ ນັກຮຽນ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຕັ້ງໜ້າໃນການຮຽນ-ການສອນໃຫ້ສຳເລັດຕາມລະດັບຄາດໝາຍທີວາງໄວ້. ເພື່ອເປັນການຫັນລັດໃຫ້ເປັນລັດຄຸ້ມຄອງດ້ວຍລະບົບກົດໜາຍເທື່ອລະກ້າວ, ເອົາໃຈໃສ່ຄົ້ນຄວ້າ ແລະ ສຶກສາບັນດາກົດໝາຍເພື່ອເປັນພື້ນຖານໃນການປະຕິບັດ ໜ້າທີ່ວຽກງານ, ເອົາໃຈໃສ່ຍາດແຍ່ງຄວາມຮູ້ນຳບັນດາອາຈານສອນ ແລະ ແລກປ່ຽນບົດຮຽນນຳອາຈານສອນ ແລະ ໃນໝູ່ນັກຮຽນດ້ວຍກັນ, ປະຕິບັດກົດລະບຽບການຂຶ້ນຫ້ອງຢ່າງເຂັ້ມງວດ.