ຕັ້ງຢູ່ບ້ານສໍາພັນທອງ ຫ່າງຈາກເທດສະບານ ເມືອງວຽງທອງ 2 ກິໂລແມັດ. ເປັນແຫຼ່ງທ່ອງທ່ຽວບໍ່ນ້ຳຮ້ອນທຳມະຊາດ ທີ່ມີຄວາມຮ້ອນເຖິງ 90 ອົງສາ, ຈຸດທີ່ຮ້ອນທີ່ສຸດ ນ້ຳຈະຟົດ ແລະ ມີອາຍຢູ່ຕະຫຼອດເວລາ. ມີທາງລົດເຂົ້າເຖິງ ບໍລິເວນບໍ່ນໍ້າຮ້ອນ, ມີບ່ອນຈອດລົດ, ມີເຮືອນຂາຍປີ້, ມີອ່າງອາບ-ແຊ່ ສຳລັບນັກທ່ອງທ່ຽວ ແລະ ມີບ່ອນອາບສຳລັບຊາວບ້ານ.
ບໍ່ນໍ້າຮ້ອນ
