ໃນວັນທີ 15 ພຶດສະພາ 2018 ທີ່ຜ່ານມານີ້, ທ່ານຫງວຽນບ໋າ ຮຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້້າຢ້ຽມຂ່ຳນັບທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວຫົວພັນ.
ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳ ສປປ ລາວ ໄດ້ນຳເອົາຄວາມຢື່ຢາມຖາມຂ່າວ, ຄວາມອວຍພອນໄຊອັນປະເສີດ ມາຍັງຄະນະພັກອຳນາດການປົກຄອງແຂວງຫົວພັນ ແລະ ກ່າວຈຸດປະສົງການມາຢ້ຽມຢາມຄັ້ງນີ້ ແລະ ໄດ້ນຳເອົາຄອມພີວເຕີຈຳນວນສອງຊຸດມູນຄ່າຫຼາຍກວ່າ 7 ລ້ານກິບ, ມອບໃຫ້ແຂວງຫົວພັນເພື່ອນໍາໃຊ້ເຂົ້າໃນວຽກງານຕ່າງໆ ຂອງແຂວງຫົວພັນ.ຈາກນັ້ນ, ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຫົວພັນ ໄດ້ລາຍງານຫຍໍ້ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫົວພັນໃນປີ 2017 ແລະ ວຽກງານທີພົ້ນເດັ່ນໃນປີ 2018 ເປັນຕົ້ນແມ່ນໄດ້ຈັດກອງປະຊຸມລະດັບປະເທດ, ການພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນປະເທດເພື່ອນບ້ານ ສສ ຫວຽດນາມ ທີ່ໃຫ້ການຊ່ວຍເຫຼືອ ທາງດ້ານການພັດທະນາພືນຖານໂຄງລ່າງ ແລະ ການກໍ່ສ້າງຊັບພະຍາກອນມະນຸດ.ແກ່ແຂວງຫົວພັນ.
ຕອນທ້າຍທ່ານເຈົ້າແຂວງຫົວພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄັ້ງນີ້, ອວຍພອນໄຊອັນປະເສີດ ແກ່ທ່ານ ຫງວຽນບ໋າຮຸງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ການເມືອງອັນຊົງກຽດຂອງທ່ານ, ອວຍພອນສາຍພົວພັນຮ່ວມມື ມິດຕະພາບ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ.