loader image

ທ່ານ ເຈົ້າ​ແຂວງ​ຫົວ​ພັນ​ຕ້ອນຮັບ Mr. Brad Schwartz ຊ່ຽວ​ຊານ​ດ້ານ​ເສດ​ຖະ​ສາດ​ສາ​ທາ​ລະ​ນະ​ສຸກ

ການເຄື່ອນໄຫວ

ຕອນແລງ ຂອງວັນທີ 6 ມັງກອນ 2015 ຢູ່ຫ້ອງຮັບແຂກ ຂອງຫ້ອງວ່າການປົກຄອງແຂວງຫົວພັນ ທ່ານ ເຈົ້າແຂວງຫົວພັນ ໄດ້ຕ້ອນຮັບ Mr. Brad Schwartz ຊ່ຽວຊານສາກົນດ້ານເສດຖະສາດສາທາລະນະສຸກ ຈາກປະເທດສະຫະລັດອາເມລິກາ ປະຈຳຢູ່ໂຄງການແຜນງານພັດທະນາລະບົບສາທາລະນະສຸກ ທີ່ນະຄອນຫຼວງວຽງຈັນ ເຊີ່ງການເຂົ້າມາຢ້ຽມຢາມຄັ້ງນີ້ເປັນການເຂົ້າລາຍງານໃຫ້ທ່ານ ເຈົ້າແຂວງຮັບຊາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກອງທຶນສຸຂະພາບຜູ້ທຸກຍາກ ຢູ່ແຂວງຫົວພັນ ຈາກນັ້ນທ່ານ ຄຳຮຸ່ງ ເຮືອງວົງສີ ເຂລາພັກແຂວງ, ເຈົ້າແຂວງຫົວພັນ ກໍ່ໄດ້ກ່າວຂອບອົກຂອບໃຈຕໍ່ Mr. Brad Schwartz ແລະ ສະເໜີໃຫ້ສຶບຕໍ່ຊ່ວຍເຫຼຶອແຂວງຫົວພັນ.