loader image

ທ່ານ ຮອງປະທານກຳມະທິການເສດຖະກິດ ແຜນການ ແລະ ການເງິນ ສະພາແຫ່ງຊາດເຂົ້າພົບທ່ານ ຮອງເຈົ້າແຂວງຫົວພັນ

ການເຄື່ອນໄຫວ

ຕອນແລງຂອງວັທີ 2 ເມສາ 2014 ຜ່ານມາ ທ່ານ ດຣ ບົວຄຳ ທິບພະວົງ ຮອງປະທານກຳມະທິການເສດຖະກິດ ແຜນການ ແລະ ການເງິນ ສະພາແຫ່ງຊາດ ພ້ອມດ້ວທີມງານ ໄດ້ເຂົ້າພົບທ່ານ ດຣ ຈັນແສງ ພິມມະວົງ ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳວຽກງານ ໃນຂົງເຂດເສດຖະກິດເຊີ່ງ ທ່ານ ນຣ ບົວຄຳ ທິບພະວົງ ໄດ້ລາຍງານຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ ຄັ້ງນີ້ ກໍ່ເພື່ອແນ່ໃສ່ລົງຕິດຕາມກວດກາການຜະລິດເປັນສິນຄ້າ ແລະ ການຈັດສັນທີ່ດິນການນຳໃຊ້ທີ່ດິນກະສິກຳ ຈາກນັ້ນທ່ານ ດຣ ຈັນແສງ ພິມມະວົງ ໄດ້ສະແດງຄວາມຍີນຕ້ອນຮັບຢ່າງຈີງໃຈ ແລະ ທ່ານໄດ້ລາຍງານສະພາບການພັດທະນາ ເສດຖະກິດສັງຄົມການປູກການລ້ຽງຂອງປະຊາຊົນບັນດາເຜົ່າຂອງແຂວງຫົວພັນ ຍົກໃຫ້ເຫັນ 5 ທ່າແຮງຂອງແຂວງຫົວພັນຄືທ່າແຮງດ້ານການປູກຝັງທ່າແຮງດ້ານການລ້ຽງສັດທ່າແຮງທາງດ້ານການຫັດຖະກຳທ່າແຮງດ້ານການທ່ອງທ່ຽວ ແລະ ທ່າແຮງທາງດ້ານການຜະລິດພະລັງງານໄຟຟ້າຖ້າຫາກ 5 ທ່າແຮງດັ່ງກ່າວໄດ້ຮັບການເອົາໃຈໃສ່ຢ່າງໃກ້ສິດຂອງຄະນະພັກແຕ່ລະຂັ້ນ ກໍ່ຈະເຮັດໃຫ້ແຂວງຫົວພັນ ນັບມື້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາເທື່ອລະກ້າວ.