ໃນລະຫວ່າງວັນທີ 17 – 19 / 5 / 2018 ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ມາຢຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ ເນື້ອງໃນໂອກາດສະເຫຼີມສະຫຼອງໜ່ວຍແກ້ວຫຼັກເມືອງຄົບຮອບ 10 ປີ ຕິດພັນກັບການເປີດກິດຈະກຳປີທ່ອງທ່ຽວລາວ 2018 ໃນພິທີດັ່ງກ່າວໄດ້ຂຳນັບຮັບຕ້ອນ ແຂກຖືກເຊີນຈາກສູນກາງ, ບັນດາແຂວງໃກ້ຄຽງທັງພາຍໃນ ແລະ ຕ່າງປະເທດ. ພ້ອມດ້ວຍມວນຊົນຊາວແຂວງຫົວພັນເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.
ໃນພິທີສະເຫຼີມສະຫຼອງອັນມີຄວາມໝາຍສຳຄັນນີ້ ທ່ານ ວັນໄຊແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ໄດ້ມີເຫັນກ່າວເປີດກິດຈະກຳປີທ່ອງທຽວລາວ 2018 ແລະ ການສະເຫຼີມສະຫຼອງແກ້ວຫຼັກເມືອງຄົບຮອບ 10 ປີຢ່າງເປັນທາງການ. ຈາກນັ້ນ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລັ່ນຄອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ພິທີ ເປີດກິດຈະກຳປີທ່ອງທຽວລາວ 2018 ແລະ ການສະເຫຼີມສະຫຼອງໜ່ວຍແກ້ວຫຼັກເມືອງຄົບຮອບ 10 ປີ.
ຫຼັງຈາກນັ້ນ ຄະນະ ທ່ານ ສອນໄຊ ສີພັນດອນ ແລະ ບັນດາທ່ານແຂກເຂົ້າຮ່ວມກໍ່ໄດ້ທ່ຽວຊົມ ການວາງສະແດງສິນຄ້າ ແລະ ຜະລິດຕະພັນການທ່ອງທ່ຽວ, ຊີມອາຫານພື້ນເມືອງຈາກບັນດາເມືອງ ແລະ ບ້ານພາຍໃນເມືອງຊຳເໜືອ, ງານສະແດງສີລະປະວັນນະຄະດີໜ່ວຍສະໝັກຫຼີ້ນອ້ອມຂ່າງແຂວງ ,ກອງບຸນຂອງການນຳແຂວງ, ພະແນກການ ແລະ ບັນດາເມືອງຂອງແຂວງຫົວພັນ.
ໃນການມາຢ້ຽມຢາມຄັ້ງນີ້ທ່ານຍັງໄດ້ທ່ຽວຊົມບາງກິດຈະກຳພາຍໃນແຂວງຫົວພັນເປັນຕົ້ນແມ່ນ: ສູນເຕັກນິກກະສິກຳ ຫົວພັນ – ແທັງຮວ່າ ຢູ່ ບ້ານອົ້ງ ເມືອງຊຳເໜືອ, ບໍ່ຖ່ານຫີນ ບ້ານ ເມືອງຮາມ ເມືອງຊຳເໜືອແຂວງຫົວພັນ. ໂອລົມພະນະງານຮາກຖານ ແລະ ປະຊາຊົນກຸ່ມບ້ານເມືອງແວ່ນ ເມືອງຊຳເໜືອ ພິເສດ ທ່ານຍັງໄດ້ໃຫ້ກຽດພົບປະໂອລົມພະນັກງານຫຼັກແຫຼງຂອລແຂວງ ແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນ ໃຫ້ນັບມື້ເຂັ້ມແຂງຂື້ນໄປເລື່ອຍໆ.