ໃນຕອນແລງຂອງວັນທີ 6 ເມສາ 2015 ນີ້ທ່ານຄຳຮຸ່ງເຮືອງວົງສີກຳມະການສູນກາງພັກເລຂາພັກແຂວງ, ເຈົ້າແຂວງແຂວງຫົວພັນໄດ້ຕ້ອນຮັບທ່ານບົວເງິນຊາພູວົງຮອງເລຂາຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວພ້ອມດ້ວຍຄະນະເຊີ່ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ ຄັ້ງນີ້ ແມ່ນເພຶ່ອມາປຶກສາຫາລື ກ່ຽວກັບໂຄງການການກໍ່ສ້າງຫໍພິພິຕະພັນປະຕິວັດ, ລວມທັງວັດຖຸພັນຕ່າງໆເພຶ່ອປະກອບເຂົ້າຫໍພິພິຕະພັນດັ່ງກ່າວຢູ່ທີເມືອງວຽງໄຊ ແຂວງຫົວພັນ, ພ້ອມນັ້ນທ່ານເຈົ້າແຂວງຫົວພັນກໍ່ໄດ້ລາຍງານສະພາບການຂອງໂຄງການກໍ່ສ້າງຫໍພິພິຕະພັນປະຕິວັດ, ຖ້ຳຜາແດງ ໂດຍສັງເຂບ.
ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ເຂົ້າພົບກັບທ່ານ ເຈົ້າແຂວງຫົວພັນ
