ນະໂອກາດແຂວງຫົວພັນ ໄດ້ຈັດງານໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິບັດລາວ ຄົບຮອບ 60 ປີ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອາດີກຳມະການກົມການເມືອງສູນກາງພັກ, ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງ ມາຢ້ຽມຢາມຖິ່ນຖານບ້ານເກີດເມືອງນອນ, ຖິ່ນທີ່ໝັ້ນແຫ່ງການປະຕິວັດ, ທ່ານ ຍັງໄດ້ໄປຢ້ຽມຢາມບັນດາຄອບຄົວ ຂອງນັກຮົບປະຕິວັດ ດ້ວຍຄວາມອົບອຸ່ນຮັກແພງ, ຢ້ຽມຢາມສະຖານທີ່ສຳຄັນຕ່າງໆຂອງແຂວງ, ຊື່ງແຂວງຫົວພັນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໝົມ ນະໂອກາດດຽວກັນນັ້ນ, ທ່ານຍັງໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຮ່ວມກັບພະນະທ່ານ ທອງສີງ ທຳມະວົງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢູ່ທີ່ເດີ່ນກິລາຂອງແຂວງຫົວພັນ ຊື່ງມີມວນຊົນເຂົ້າຮ່ວມຢ່າງໜາແໜ້ນ ແລະໃນຕອນເຊົ້າຂອງວັນທີ 27 ມີນາ 2015 ການນຳແຂວງຫົວພັນ ນຳໂດຍທ່ານ ຕຳລາ ອຳຄາທອງຄຳ ຮອງເລຂາພັກແຂວງ, ທ່ານ ດຣ ຈັນແສງ ພິມມະວົງ ຮອງເຈົ້າແຂວງ, ທ່ານ ຄຳຜີວ ວົງສະຫວັນ ຄະນະປະຈຳພັກແຂວງ, ທ່ານ ຄຳວອນ ບຸນທະວົງ ຄະນະປະຈຳພັກແຂວງ ແລະ ບັນດາທ່ານ ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າ ພະແນກການພ້ອມດ້ວຍພະນັກງານລັດຖະກອນ ອ້ອມຂ້າງແຂວງ ຈຳນວນໜື່ງ ກໍ່ໄດ້ໄປສົ່ງເພີ່ນຂື້ນຍົນຢູ່ທີ່ສະໜາມບິນຂອງແຂວງ (ເດີ່ນບີນນາທອງ) ແລະ ທ່ານ ໄດ້ເດີນທາງກັບສູ່ນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ.
ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ມາຢ້ຽມຢາມ ແລະ ຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ ຢູ່ແຂວງຫົວພັນ
