ໃນຕອນເຊົ້າຂອງວັນທີ 19 ມີນາ 2015 ນີ້ທ່ານມີຄາອິນບາຮານົບເອກອັກຄາລັດຖະທູດຜູ້ມີອຳນາດເຕັມແຫ່ງສະຫະພາບລັດເຊຍ ປະຈຳ ສປປລາວໄດ້ເຂົ້າພົບທ່ານຄຳຮຸ່ງເຮືອງວົງສີກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫົວພັນຢູ່ທີ່ຫ້ອງຮັບແຂກຂອງຫ້ອງວ່າການປົກຄອງແຂວງຫົວພັນມີບັນດາພະແນກການແລະພາກສ່ວນທີ່ກ່ຽວຂ້ອງ 10 ກວ່າທ່ານ. ເຊິ່ງຈຸດປະສົງຂອງທ່ານເອກອັກຄາລັດຖະທູດຜູ້ມີອຳນາດເຕັມ ແຫ່ງສະຫະພາບລັດເຊຍປະຈຳ ສປປລາວເຂົ້າພົບຄັ້ງນີ້ທ່ານໄດ້ລາຍງານແຜນການມາຢ້ຽມຢາມແລະເຮັລະດວຽກຢູ່ແຂວງຫົວພັນ, ພ້ອມນັ້ນທ່ານເຈົ້າແຂວງຫົວພັນ ກໍ່ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນແລະ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫົວພັນ ໂດຍຫຍໍ້ໃຫ້ທ່ານທູດພ້ອມດ້ວຍຄະນະໄດ້ຮັບຊາບ.
ໂອກາດດັ່ງກ່າວຍັງໄດ້ມອບຂອງຂວັນເຊິ່ງກັນແລະກັນເພື່ອເປັນການຜູກໝັ້ນ ຄວາມສາມັກຄີ ລະຫວ່າງສະຫະພາບລັດເຊຍ-ລາວ ເວົ້າລວມ, ເວົ້າສະເພາະກໍ່ຄື ລັດເຊຍ-ແຂວງຫົວພັນໃຫ້ນັບມື້ນັບມີບາດກ້າວດີຂຶ້ນເລື້ອຍໆ.