



ຄູ່ມືຈັດສັນຂັ້ນເມືອງ ກົມທີ່ດິນ2017
ລັດຖະບານ ແຫ່ງ ສປປ ລາວ ໄດ້ຮັບຮອງເອົາຍຸດທະສາດ ແຫ່ງການຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດ ໃຫ້ສຳເລັດພາຍໃນ ປີ 2020, ຍຸດທະສາດດັ່ງກ່າວໄດ້ກຳນົດທິດທາງ, ແຜນການ, ໂຄງການສຳລັບການພັດທະນາ ແລະ ລຶບລ້າງຄວາມທຸກຍາກຢ່າງເປັນລະບົບ ຊຶ່ງໃນນັ້ນວຽກງານຈັດສັນທີ່ດິນ ກໍຄືການ ແບ່ງເຂດ, ແບ່ງປະເພດທີ່ດິນ ເພື່ອການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ໄດ້ຖືເປັນກົນໄກສຳຄັນໃນການ ຊຸກຍູ້, ສົ່ງເສີມການນໍາໃຊ້ທີ່ດິນໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມເປົ້າໝາຍຂອງແຕ່ລະປະເພດທີ່ດິນ, ແນ່ໃສ່ແກ້ໄຂ

5 ຄູ່ມືຈັດສັນທີ່ດິນຂັ້ນແຂວງ-ນະຄອນ ກົມທີ່ດິນ2017
ເປັນຄູ່ມືພື້ນຖານຂອງວຽກງານຈັດສັນທີ່ດິນ ແລະ ປັນວຽກບູລິມະສິດຕົ້ນຕໍຂອງລັດ ກໍຄືອົງການປົກຄອງທ້ອງຖິ່ນທຸກຂັ້ນ ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ປະກອບ ສ່ວນເຂົ້າໃນການວາງແຜນພັດທະນາເສດຖະກິດ – ສັງຄົມ ຂອງທ້ອງຖິ່ນ ແລະ ແຫ່ງຊາດ ຕາມເນື້ອໃນຈິດໃຈຂອງມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ( 2016 – 2020 ) ແຜນຍຸດທະສາດຮອດປີ 2025 ແລະ ວິໄສທັດ ຮອດປີ 2030.

ຄູ່ມືຈັດສັນຂັ້ນບ້ານ ກົມທີ່ດິນ2017
ບົດແນະນຳກ່ຽວກັບການຈັດສັນທີ່ດິນຂັ້ນບ້ານ/ກຸ່ມບ້ານແມ່ນຄູ່ມືພື້ນຖານຂອງວຽກງານຈັດສັນທີ່ດິນ ແລະເປັນວຽກບູລິມະສິດຕົ້ນຕໍຂອງລັດ ກໍຄືອົງການປົກຄອງທ້ອງຖິ່ນທຸກຂັ້ນ ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ປະກອບສ່ວນເຂົ້າໃນການວາງແຜນພັດທະນາເສດຖະກິດ – ສັງຄົມຂອງທ້ອງຖິ່ນ ແລະ ແຫ່ງຊາດ ຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍຄື ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016 – 2020 ), ແຜນຍຸດທະສາດຮອດປີ 2025 ແລະ ວິໄສທັດຮອດປີ 2030.
[/dipl_tabs_item][dipl_tabs_item title=”PALM” _builder_version=”4.17.6″ _module_preset=”default” global_colors_info=”{}”]
[/dipl_tabs_item][dipl_tabs_item title=”PLAP” _builder_version=”4.17.6″ _module_preset=”default” global_colors_info=”{}”]
[/dipl_tabs_item][dipl_tabs_item title=”PSEDP+SP, PSEDP” _builder_version=”4.17.6″ _module_preset=”default” global_colors_info=”{}”]
[/dipl_tabs_item][dipl_tabs_item title=”LUIS” _builder_version=”4.17.6″ _module_preset=”default” global_colors_info=”{}”]
[/dipl_tabs_item][dipl_tabs_item title=”Laolandreg” _builder_version=”4.17.6″ _module_preset=”default” global_colors_info=”{}”]
[/dipl_tabs_item][/dipl_tabs]