ທ່ານ ວັນໄຊ ແພງຊຸມມາ
ເຈົ້າແຂວງ ແຂວງຫົວພັນ
ສະບາຍດີທ່ານຜູ້ອ່ານ ທີ່ນັບຖື.
ແຂວງຫົວພັນ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ສົ່ງຂ່າວມາຍັງ ທ່ານນັກອ່ານ, ຜູ້ສະແຫວງຫາຂໍ້ມູນ ທາງເວັບໄຊ ວ່າ: ແຂວງຫົວພັນ ໄດ້ເປີດໂຕ ເວັບໄຊ ຂອງແຂວງ ຢ່າງເປັນທາງການ.
ໃນໂອກາດນີ້ ຂ້າພະເຈົ້າ ຂໍຖືເປັນກຽດ ແຈ້ງຂ່າວ ມາຍັງທ່ານ ຜູ້ທີ່ຊົມໃຊ້ ບໍລິການ ຂໍ້ມູນຂ່າວສານ ທາງອິນເຕີເນັດ ເພື່ອຊາບ ເນື້ອໃນຈິດໃຈ ສຳຄັນ ຂອງເວັບໄຊແຂວງຫົວພັນ ທັງນີ້ ກໍ່ເພື່ອແນ່ໃສ່ ໃຫ້ນັກລົງທຶນ ພາຍໃນ ແລະ ຕ່າງປະເທດ, ປະຊາຊົນ, ພໍ່ຄ້າ-ຊາວຄ້າຂາຍ ຕະຫຼອດຮອດ ນັກຮຽນຮູ້ປັນຍາຊົນ ຜູ້ທີ່ມີຄວາມສົນໃຈ ຕໍ່ກັບແຂວງຫົວພັນ ຫຼຶ ຢາກມາລົງທຶນ ຢູ່ແຂວງຫົວພັນ ໄດ້ຮັບຮູ້ ແລະ ເຂົ້າເຖິງແຫຼ່ງຂໍ້ມູນ ຂອງແຂວງຫົວພັນ ງ່າຍຂື້ນ ອີກດ້ານໜື່ງ ກໍ່ເປັນການໂຄສະນາ ເພື່ອດືງດູດ ການລົງທຶນ ແລະ ການທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ນັບມື້ມີທ່າຂະຫຍາຍຕົວ ຂື້ນ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ, ຂອບອົກຂອບໃຈ ຈາກຂັ້ນເທິງ ທີ່ໃຫ້ການຊ່ວຍເຫຼືອ ອຸ້ມຊູ ແຂວງຫົວພັນ ໂດຍດີຕະຫຼອດມາ.
ທ້າຍນີ້ ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ທ່ານຜູ້ອ່ານ ຈະນໍາໃຊ້ຂໍ້ມູນ ເວັບໄຊເຫຼົ່ານີ້ ເຂົ້າໃນການ ເຄື່ອນໄຫວວຽກງານ ຂອງຕົນ ໃຫ້ມີປະສິດທິຜົນ ແລະ ມີສ່ວນປະກອບເຂົ້າ ໃນການສ້າງເວັບໄຊ ທາງ ການນີ້ໃຫ້ກ້າວໜ້າ ຢ່າງບໍ່ຢຸດຢັ້ງ.