ວັນທີ 8 ມິຖຸນາ 2023 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດກອງປະຊຸມຮ່ວມລະຫວ່າງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ8 ແຂວງຫົວພັນ ກັບອົງການປົກຄອງແຂວງຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ຄອນປະພັນ ເລືອງສີຈັນທອງ ຄະນະປະຈຳພັກແຂວງ,ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ8ແຂວງຫົວພັນ, ຮອງປະທານສະພາປະຊາຊົນແຂວງແລະ ຕາງໜ້າອົງການປົກຄອງແຂວງໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງທ່ານ ພອນສຸກ ອິນທະວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ມີບັນດາທ່ານຄະນະປະຈຳ, ຄະນະເລຂາທິການສພຂ,ສສຊປະຈຳເຂດເລືອກຕັ້ງ,ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ, ກອງບັນຊາການທະຫານ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຕະຫລອດຮອດພະນັກງານວິຊາການຂະແໜງການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະກອງປະຊຸມ, ໄດ້ຮັບຟັງຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳ 06 ເດືອນຕົ້ນປີ ແລະ ທິດທາງ 06 ເດືອນທ້າຍປີ 2023 ຂອງແຂວງຫົວພັນ; ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳ 06 ເດືອນຕົ້ນປີ ແລະທິດທາງ 06 ເດືອນທ້າຍປີ 2023 ແລະ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ຈາກຂະແໜງການກ່ຽວຂ້ອງ.ຈາກນັ້ນ ຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ກັບບັນດາບົດລາຍງານທີ່ຜ່ານມານັ້ນໃຫ້ມີເນື້ອໃນລະອຽດຄົບຖ້ວນ, ສົມບູນແລະ ເພື່ອເປັນການສັງລວມຂໍ້ມູນສຳຄັນ ໃຫ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ8 ແຂວງຫົວພັນ ໃນການປະກອບຄຳເຫັນຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະເປີດຂຶ້ນໃນທ້າຍເດືອນມິຖຸນາ ຫາ ທ້າຍເດືອນກໍລະກົດ ນີ້.
ຕອນທ້າຍ, ປະທານກອງປະຊຸມກໍໄດ້ມີຄຳເຫັນຊີ້ນຳກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງແຂວງ ທີ່ມີຄວາມພະຍາຍາມເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນ ຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ໄດ້ພິຈາລະນາຮັບຮອງເອົາ ໂດຍສະເພາະ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ເຫັນວ່າມີຫລາຍອັນພົ້ນເດັ່ນ ຄຽງຄູ່ກັນນີ້, ທ່ານຍັງໄດ້ເໜັ້ນໜັກບາງບັນຫາເປັນຕົ້ນແມ່ນ ຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງຂອງອົງການປົກຄອງແຂວງ ຈົ່ງໄດ້ເອົາໃຈໃສ່ຮີບຮ້ອນປັບປຸງບົດລາຍງານຂອງຕົນ ຕາມການປະກອບຄຳຄິດ ຄຳເຫັນ ຂອງຜູ້ແທນເຂົ້າຮ່ວມກອງປະຊຸມ ໃຫ້ມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ພ້ອມທັງຍົກສູງປະສິດທິພາບ, ດ້ານກົນໄກການປະສານງານລະຫວ່າງສະພາປະຊາຊົນແຂວງກັບອົງການປົກຄອງແຂວງ, ໃຫ້ມີຄວາມຄ່ອງຕົວ, ເປັນເອກະພາບແລະ ທັນຕາມກຳນົດເວລາ.
ພາບ ແລະ ຂ່າວໂດຍ ນັກຂ່າວ ສພຂ ຫົວພັນ.











