loader image

ຄະນະຜູ້ແທນສະພາປະຊາຊົນແຂວງແທັງຮວ່າ ສສ ຫວຽດນາມ ເຂົ້້າຢ້ຽມຂ່ຳນັບສະຫາຍ ວັນໄຊ ແພງຊຸມມາ ເລຂາພັກແຂວງ ເຈົ້າແຂວງຫົວພັນ

ການເຄື່ອນໄຫວ

ໃນຕອນແລງເວລາ 14:30 ໂມງ ຂອງວັນທີ  11 ພຶດສະພາ 2018 ຄະນະຜູ້ແທນສະພາປະຊາຊົນແຂວງແທັງຮ່ວາ ສສ ຫວຽດນາມ ເຊິ່ງນຳໂດຍ ສະຫາຍ ຟ້າມແທັງເຊີນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງແທັງຮ່ວາ ພ້ອມດ້ວຍຄະນະໄດ້ເຂົ້້າຢ້ຽມຂ່ຳນັບສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ເນື່ອງໃນໂອກາດທີ່ຄະນະຜູ້ແທນສະພາປະຊາຊົນແຂວງແທັງຮ່ວາ ມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານສະພາປະຊາຊົນ ລະຫວ່າງ ສະພາປະຊາຊົນແຂວງແທັງຮ່ວາ ແລະ ສະພາປະຊາຊົນແຂວງຫົວພັນ ໃນນັ້ນສະຫາຍ ຟ້າມແທັງເຊີນ ກໍ່ຍັງໄດ້ນຳເອົາຄວາມຢື່ຢາມຖາມຂ່າວ, ຄວາມອວຍພອນໄຊອັນປະເສີດ ຈາກຄະນະພັກ, ຄະນະນຳ ແລະ ປະຊາຊົນບັນດາເຜົ່າແຂວງແທັງຮ່ວາ ມາສູ່ຄະນະພັກ, ຄະນະນຳຂອງແຂວງຫົວພັນ ນອກຈາກນັ້ນສະຫາຍຍັງໄດ້ແຈ້ງຈຸດປະໃນການມາຢ້ຽມຢາມ ແລະ ເຮັດວຽກກັບສະພາປະຊາຊົນແຂວງຫົວພັນ ໃນຄັ້ງນີ້. ພ້ອມດຽວກັນນັ້ນສະຫາຍ ວັນໄຊ ແພງຊຸມມາ ກໍ່ຍັງໄດ້ສະແດງຄວາມຂໍ່ານັບຮັບຕ້ອນ, ຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະພາປະຊາຊົນແຂວງແທັງຮວ່າ ແລະ ຍັງໄດ້ລາຍງານຫຍໍ້ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫົວພັນ ຕໍ່ສະຫາຍ ຟ້າມແທັງເຊີນ ພ້ອມດ້ວຍຄະນະຜູ້ແທນໄດ້ຮັບຊາບ ແລະ ຍັງໄດ້ສະແດງຄວາມຂອບອົກຂອບໃຈມາຍັງຄະນະພັກ, ຄະນະນຳ ແລະ ປະຊາຊົນບັນດາເຜົ່າຈາກແຂວງແທັງຮ່ວາ ເຊິ່ງຢາມໃດແຂວງແທັງຮ່ວາກໍ່ໄດ້ໃຫ້ການຊ່ວຍເຫຼືອແຂວງຫົວພັນ ດ້ວຍດີຕະຫຼອດມາ ຫຼັງຈາກນັ້ນສະຫາຍ ວັນໄຊ ແພງຊຸມມາ ຍັງໄດ້ອວຍພອນໃຫ້ສະຫາຍ ຟ້າມແທັງເຊີນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງແທັງຮ່ວາ ພ້ອມດ້ວຍຄະນະຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ດ້ວຍ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ, ອວຍພອນສາຍພົວພັນຮ່ວມມື ລາວ-ຫວຽດນາມ, ຫົວພັນ-ແທັງຮວ່າຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ