ໃນລະຫວ່າງວັນທີ 19 ຫາ 24 ມັງກອນ 2015 ນີ້ຄະນະຜູ້ແທນຂັ້ນສູງຂອງແຂວງຫົວພັນ ນຳໂດຍ ທ່ານຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ພ້ອມດ້ວຍຄະນະຊື່ງປະກອບມີ ພະແນກການຂອງແຂວງ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ 3 ແຂວງຄື: ແຂວງກວ່າງນີງ, ແຂວງບັກນີງ ແລະ ແຂວງຮວ້າບີງ ແຫ່ງ ສສ ຫວຽດນາມ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ ແຜນການຮ່ວມມືກັບ 3 ແຂວງທີ່ໄດ້ລົງນາມກັນ ໃນໄລຍະຜ່ານມາ ແລະ ເຫັນວ່າບັນດາແຂວງຂອງ ສສ ຫວຽດນາມ ກໍ່ໄດ້ສຸມໃສ່ໃຫ້ການຊ່ວຍເຫຼືອແຂວງຫົວພັນ ໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ກໍ່ສ້າງພະນັກງານໃຫ້ແຂວງຫົວພັນຄື: ແຂວງກວ່າງນີງ ໄດ້ໃຫ້ການຊ່ວຍເຫຼຶອ ທຶນກໍ່ສ້າງສວນອຸທິຍານ ມິດຕະພາບ ຫົວພັນ-ກວ່າງນີງ ຢູ່ເທດສະບານເມືອງຊຳເໜືອຄິດເປັນມູນຄ່າ 15 ຕື້ດົງ ແລະ ມາຮອດປະຈຸບັນໄດ້ໃຫ້ທຶນຊ່ວຍເຫຼຶອ ກໍ່ສ້າງພະນັກງານຈຳນວນ 45 ທຶນ, ແຂວງບັກນີງ ໄດ້ໃຫ້ການຊ່ວຍເຫຼຶອ ກໍ່ສ້າງໂຮງຮຽນມັດທະຍົມຢູ່ເຂດໂສຍເມືອງວຽງໄຊ ມູນຄ່າ 16 ຕື້ດົງ ແລະ ຊ່ວຍກໍ່ສ້າງພະນັກງານ 29 ທຶນ, ສຳລັບແຂວງຮວ້າບີງ ຜ່ານມາໄດ້ໃຫ້ການຊ່ວຍເຫຼືອ ຄອມພີວເຕີຈຳນວນ 50 ຊຸດ ແລະ ມີແຜນຈະຊ່ວຍເຫຼືອຍົກລະດັບໂຮງໝໍແຂວງ ໃຫ້ມີຄຸນນະພາບ ແລະ ການບໍລິການໃຫ້ດີຂື້ນເລື້ອຍໆ ແລະ ແຂວງຍັງໄດ້ເອົາໃຈໃສ່ຊຸກຍູ້ບັນດາຂະແໜງການ ແລະເມືອງ ໃຫ້ມີການພົບປະແລກປ່ຽນບົດຮຽນເປັນປະຈຳ, ນອກນີ້ຄະນະຜູ້ແທນຂັ້ນສູງແຂວງຫົວພັນ ຍັງໄດ້ໄປຢ້ຽມຢາມສະຖານທີ່ທີ່ສຳຄັນຕ່າງໆ.
ເຈົ້າແຂວງຫົວພັນ ມອບຂອງທີລະນຶກໃຫ້ກັບແຂວງ ບັກນີງ
ທ່ານ ເຈົ້າແຂວງພ້ອມດ້ວຍຄະນະຢ້ຽມຢາມສະຖານທີສຳຄັນຂອງແຂວງຮວ້າບີງ